ຍີ່ປຸ່ນ ສົ່ງເສີມການລົງທຶນ ເຂົ້າຫວຽດນາມ

ຍີ່ປຸ່ນ ສົ່ງເສີມການລົງທຶນ ເຂົ້າຫວຽດນາມ - ảnh 1
ການ​ປະຊຸມ​ຂ່າວລະຫວ່າງ​ກະຊວງ​ແຜນການ ​
ແລະ ການ​ລົງທຶນ​ຂອງ​ຫວຽ​ດນາມ ກັບ JCCI
(ພາບ: congan.com.vn)


(vovworld) -     ລັດຖະບານ​ຍີ່ປຸ່ນ​ປາ​ດຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມືດ້ານ​ເສດຖະກິດ​ກັບ​ຫວຽດນາມ. ກ່າວຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອຕອນ​ບ່າຍ​ວັນ​ທີ 25/9, ຢູ່​ຮ່າ​ໂນ້ຍ, ຫົວໜ້າ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ (JCCI), ທ່ານ Tasashi Okamura ​ໃຫ້​ຮູ້​ວ່າ, ລັດຖະບານ​ຍີ່ປຸ່ນ ຈະ​ສ້າງ​ເງື່ອນ​ໄຂອຳນວຍ​ຄວາມ​ສະດວກ ​ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ລົງທຶນ​ເຂົ້າ​ຫວຽດນາມ. ​ແຕ່​ທ່ານ Tasashi Okamura ກໍ​ໃຫ້​ຮູ້​ວ່າ ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ຍີ່ປຸ່ນ ຍັງ​ບໍ່​ທັນ​ມີ​ປະສົບ​ການ​ຫຼາຍໃນ​ການ​ລົງທຶນ​ອອກ​ຕ່າງປະ​ເທດ ​ເພາະ​ສະ​ນັ້ນ​ຈຳ​ເປັນ​ຕ້ອງ​ມີ​ການ​ໜູນ​ຊ່ວຍ​ຈາກ​ຝ່າຍ​ຫວຽດນາມ, ພິ​ເສດ​ແມ່ນ​ການ​​ສະໜອງ​ຂໍ້​ມູນ​ຂ່າວສານທີ່​ຈຳ​ເປັນ. ຕ່າມ​ທ່ານ Tasashi Okamura ​ແລ້ວ, ບົດ​ບັນ​ຖຶກຊ່ວຍ​ຈຳ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 25/9/2012 ລະຫວ່າງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຂອງ​ຫວຽ​ດນາມ ກັບ JCCI ​ແມ່ນ​ພື້ນຖານ ​ແລະ ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ. ຝ່າຍ​ຍີ່ປຸ່ນ ກໍ​ຫວັງ​ວ່າ ຝ່າຍ​ຫວຽດນາມ ຈະ​ສືບ​ຕໍ່​ປະຕິ​ຮູບ​ນະ​​ໂຍບາຍ, ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວ​ກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ ​ເຂົ້າ​ມ​າ​ລົງທຶນ​ດຳ​ເນີນ​ທຸ​ລະກິດ​ຢ່າງ​ຍາວ​ນານ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ