ຍີ່ປຸ່ນ ແລະ ອາເມລິກາ ປະຕິບັດການຊ້ອມຮົບຍົກພົນລວມ

(VOVWORLD) -ການຊ້ອມຮົບຖືກດຳເນີນຢູ່ທາງພາກກາງ ຍີ່ປຸ່ນ ແລະ ຈະແກ່ຍາວຮອດວັນທີ 25 ມີນາ.

ກຳລັງປ້ອງກັນໜ້າດິນ ຍີ່ປຸ່ນ ແລະ ທະຫານເຮືອ ອາເມລິກາ ໄດ້ເລີ່ມດຳເນີນການຊ້ອມຮົບຍົກພົນລວມ ແກ່ຍາວເປັນເວລາ 3 ອາທິດ. ນີ້ແມ່ນການຊ້ອມຮົບມີຂອບຂະໜາດໃຫຍ່ຄັ້ງທຳອິດ ຢູ່ເຂດມະຫາສາໝຸດອິນເດຍ - ປາຊີຟິກ ລະຫວ່າງກອງພົນນ້ອຍຍົກພົນຂຶ້ນກັບກຳລັງປ້ອງກັນໜ້າດິນຂອງ ຍີ່ປຸ່ນ ແລະ ກົມກອງເລກທີ 31 ຂອງກອງທັບເຮືອ ອາເມລິກາ.

ການຊ້ອມຮົບຖືກດຳເນີນຢູ່ທາງພາກກາງ ຍີ່ປຸ່ນ ແລະ ຈະແກ່ຍາວຮອດວັນທີ 25 ມີນາ. ຕາມທ່ານນາຍພົນ Yoshihide Yoshida, ຜູ້ບັນຊາການໃຫຍ່ປ້ອງກັນໜ້າດິນຂອງ ຍີ່ປຸ່ນ ແລ້ວ, ການຊ້ອມຮົບໄດ້ສວມບົດບາດສຳຄັນ ໃນການປັບປຸງຄວາມສາມາດສົມທົບກັນສູ້ຮົບລະຫວ່າງ 2 ກຳລັງດັ່ງກ່າວ. ເນື້ອໃນການຊ້ອມຮົບແມ່ນກຳລັງຂອງ 2 ປະເທດຈະຍົກພົນຈາກເຮືອບິນ ຫຼື ກ່ຳປັ່ນຢູ່ທະເລ ແລະ ເຂົ້າຮ່ວມການສູ້ຮົບຢູ່ໜ້າດິນ.

ຕອບກັບ

ຂ່າວ/ບົດ​ອື່ນ