ຍີ່ປຸ່ນພ້ອມແລ້ວຮ່ວມມືກັບຫວຽດນາມໃນຂົງເຂດກະສິກຳ

ຍີ່ປຸ່ນພ້ອມແລ້ວຮ່ວມມືກັບຫວຽດນາມໃນຂົງເຂດກະສິກຳ - ảnh 1
(ຍີ່ປຸ່ນ​ພ້ອມ​ແລ້ວ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ກະສິກຳ)

(vovworld)​ ​- ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ, ວັນ​ທີ 8/10, ຄະນະ​ຜູ້​ແທນ​ຂັ້ນ​ສູງນະຄອນ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ເລ​ແທງ​ຫາຍ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ນຳ​ໜ້າ​ຄະນະ, ​ໄດ້​ພົບ​ປະ​ກັບ​ທ່ານຮອງ​ຫົວໜ້າ​ຫ້ອງ​ວ່າກາ​ນລັດຖະບານ​ຍີ່ປຸ່ນ Hiroshige Seko ​ແລະ ທ່ານ Isao Iijima, ທີ່ປຶກສານາຍົກລັດຖະມົນຕີຍີ່ປຸ່ນ. ທີ່​ບັນດາ​ການ​ພົບ​ປະ, ທ່ານ​ເລ​ແທງ​ຫາຍ ສະ​ເໜີ​ໃຫ້​ລັດຖະບານ​ຍີ່ປຸ່ນ ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​ທະວີການ​ສະໜອງທຶນ ODA ​ໃຫ້​ແກ່​ຫວຽດນາມ​ເວົ້າ​ລວມ ​ແລະ ນະ​ຄອນ​ໂຮ່ຈິ​ມິນ​ເວົ້າ​ສະ​ເພາະ. ທ່ານ​ເລ​ແທງ​ຫາຍ ຢັ້ງຢືນ​ວ່າ: ນະ​ຄອນ​ໂຮ່ຈິ​ມິນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​​ໃຫ້ບັນດາ​ວິ​ສາ​ຫະກິດ​ຍີ່ປຸ່ນ​ ສາມາດ​ທຳ​ມາ​ຫາ​ກິນ ​ແລະ ດຳ​ເນີນ​ທຸລະ​ກິດ​ປະສົບ​ຜົນສຳ​ເລັດ, ​ເປັນ​ປົກກະ​ຕີ ​ແລະ ຍາວ​ນານ.

    ສ່ວນ​ທ່ານຮອງ​ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານຍີ່ປຸ່ນ Hiroshige  Seko ຢືນຢັນ​ວ່າ: ຍີ່ປຸ່ນ​ຈະ​ມານະ​ພະຍາຍາມ​ໜູນ​ຊ່ວຍ, ຊຸກຍູ້​ການ​ຮ່ວມ​ມື​ ກັບ​ຫວຽດນາມ​ໃນ​ການ​ນຳ​ໃຊ້​ເຕັກ​ໂລ​ໂນ​ຊີ​ສູງ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ.

ຂ່າວ/ບົດ​ອື່ນ