ຍອດຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 1,5 ລ້ານຄົນ

(VOVWORLD) - ຕາມຕົວເລກສະຖິຕິຂອງເວັບໄຊ Worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 09 ເມສາ, ຕາມເວລາ ຫວຽດນາມ, ຍອດຈຳນວນຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກ ໄດ້ຂຶ້ນເຖິງ 1.507.800 ຄົນ, ເພີ່ມຂຶ້ນ 76.865 ຄົນເມື່ອທຽບໃສ່ກັບວັນທີ 08 ເມສາ.
ຍອດຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 1,5 ລ້ານຄົນ - ảnh 1 ຍອດຈຳນວນຜູ້ຕິດເຊື້ຶ້ອໂຄວິດ-19 ໃນທົ່ວໂລກໄດ້ລື່ນກາຍ 1,5 ລ້ານຄົນ (ພາບ: Reuters)

ໃນຂະນະນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນໂຄວິດ-19 ແມ່ນ 88.165 ຄົນ, ເພີ່ມຂຶ້ນ 6.129 ຄົນເມື່ອທຽບໃສ່ວັນທີ 08 ເມສາ. ໃນນັ້ນ ປະເທດອາເມລິກາ ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍກວ່າໝູ່ ແມ່ນ 426.300 ຄົນ, ເພີ່ມຂຶ້ນ 25.965 ຄົນ ເມື່ອທຽບໃສ່ວັນທີ 08 ເມສາ, ຈຳນວນຜູ້ເສຍຊີວິດໃນວັນທີ 08 ເມສາ ແມ່ນ 1.781 ຄົນ ແລະ ຈຳນວນຜູ້ພວມໄດ້ຮັບການປິ່ນປົວແມ່ນ 389.445 ຄົນ.

        ຖັດຈາກ ອາເມລິກາ ແມ່ນ ແອັດສະປາຍ, ເຢຍລະມັນ, ຝະລັ່ງ ແລະ ອີຕາລີ. ຈຳນວນຜູ້ເສຍຊີວິດຢູ່ ອີຕາລີ ສືບຕໍ່ສູງກວ່າໝູ່ຢູ່ໃນໂລກແມ່ນ 17.669 ຄົນ. ປັດຈຸບັນ, ໂລກລະບາດໂຄວິດ-19 ໄດ້ສົ່ງຜົນສະທ້ອນຕໍ່ 209 ປະເທດ ແລະ ເຂດແຄ້ວນໃນໂລກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ