ຍາມໃດນັກທ່ອງທ່ຽວຫວຽດນາມກໍໄດ້ຮັບຄວາມຍິນດີຕ້ອນຮັບໄປຢ້ຽມຢາມສິງຄະໂປ

ຍາມໃດນັກທ່ອງທ່ຽວຫວຽດນາມກໍໄດ້ຮັບຄວາມຍິນດີຕ້ອນຮັບໄປຢ້ຽມຢາມສິງຄະໂປ - ảnh 1
(ພາບປະກອບ)

(vovworld) – ​ຍາ​​ມໃດ​ນັກ​ທ່ອງ​ທ່ຽວ​ຫວຽດນາມ​ກໍ​​ໄດ້ຮັບຄວາມ​ຍິນດີ​​ຕ້ອນ​ຮັບ​​ໄປ​ຢ້ຽມຢາມສິງຄະ​ໂປ. ນີ້​ແມ່ນຂໍ້​ມູນ​​ຂ່າວສານໂດຍ​ກົມ​ໃຫຍ່​ທ່ອ​ງທ່ຽວ​ສິງຄະ​ໂປ ຍົກ​ອອກ​ມາ ​ໃນ​ຈົດໝາຍ​ຕອບ ທີ່​ສົ່ງ​ເຖິງ​ກົມ​ໃຫຍ່​ທ່ອງ​ທ່ຽວ (ກະຊວງ​ວັດທະນະທຳ, ກິດ​ລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ) ​ໃນ​ວັນ​ທີ 22/08. ຕາມ​ນັ້ນ​ແລ້ວ, ອົງການ​ນີ້ຢືນຢັນ ມີບາງ​ກໍ​ລະ​ນີນັກ​ທ່ອງ​ທ່ຽວ​ຫວຽດນາມ ຖືກ​ປະຕິ​ເສດ​ເຂົ້າ​ເມືອງ​ສິງຄະ​ໂປ ຍ້ອນ​ບໍ່​ມີໜັງສືຜ່ານ​ແດນ​ຖືກຕ້ອງ​ຕາມ​ກົດໝາຍ. ວັນ​ທີ 24/07 ຜ່ານ​ມາ, ກົ​ມຄຸມ​ຄອງ​ເຂົ້າ​ອອກ​ເມືອງ ສິງຄະ​​ໂປ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ​ສິງ​ຄະ​ໂປ, ອະທິ​ບາຍ ກ່ຽວ​ກັບ​ເລື່ອງນັກ​ທ່​ອງທ່ຽວ​ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເມື່ອ​​ແຈ້ງເຂົ້າ​ເມືອງ. ອົງການ​ນີ້​ກໍ​ຢືນຢັນ​ວ່າ, ຍາມ​ໃດ​ສິງ​ຄະ​​ໂປ ກໍຍິນ​ດີ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ, ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້ການ​ໄປ​ມາຢ​້ຽມຢາມ​ຂອງ​ນັກ​ທ່​ອງທ່ຽວ. ກົມ​ຄຸ້ມ​ຄອງ​ເຂົ້າ​ອອກ​ເມືອງ ສິງ​ຄະ​​ໂປ ຮັບປະກັນ​ວ່າ ລະບຽບ​ການ​ກວດກາ​ຢູ່​ສະໜາມ​ບິນ​​ເພື່ອ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ວິຊາ​ສະ​ເພາະ ​ແລະ ສະ​ເໜີ​ພາບ, ບໍ່​ຈຳ​ແນ​ກ​ທາງ​​ເພດ​ ຫຼື ສັນ​ຊາດ.

ຂ່າວ/ບົດ​ອື່ນ