ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ ໃນທຸກຂົງເຂດ

(VOVWORLD) - ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ.
ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ ໃນທຸກຂົງເຂດ - ảnh 1(ທ່ານປະທານປະເທດ ໂຕເລິມ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ)

        ຕອນບ່າຍວັນທີ 11 ກໍລະກົດ, ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທຳມາຫາກິນ, ດຳລົງຊີວິດຢູ່ ລາວ, ຕັ້ງໜ້າປະກອບສ່ວນສ້າງປະເທດ ລາວ ໃຫ້ນັບມື້ນັບວັດທະນາຖາວອນ. ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ.

        ແລະກໍ່ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ໂຕເລິມ, ຕອນບ່າຍວັນທີ 11 ກໍລະກົດ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ເຮັດວຽກກັບທ່ານ ພູວົງ ອຸ່ນຄຳແສນ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະຜັນຂະຫຍາຍບັນດາແຜນຮ່າງ, ຫົວຂໍ້ການບຳລຸງສ້າງພະນັກງານ ແລະ ຄົ້ນຄວ້າວິທະຍາສາດ, ໃນນັ້ນມີກອງປະຊຸມສຳມະນາ 4 ຝ່າຍ ຫວຽດນາມ - ລາວ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ 2025 ຢູ່ນະຄອນ ດ່ານັ້ງ.

ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ ໃນທຸກຂົງເຂດ - ảnh 2ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ
(ພາບ: cand.com.vn)

        ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ດຳເນີນການພົບປະເຈລະຈາກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ ກຳລັງຕຳຫຼວດ 2 ປະເທດຈະສືບຕໍ່ຢືດໝັ້ນ, ເດັດດ່ຽວບໍ່ປະໃຫ້ບັນດາກຳລັງທີ່ເປັນປໍລະປັກສວຍໃຊ້ປະເທດນີ້ເພື່ອຕ້ານປະເທດອື່ນ, ສົມທົບກັນຈັດກອງປະຊຸມຂັ້ນຮອງລັດຖະມົນຕີກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຄັ້ງທີ 8 ລະຫວ່າງກຳລັງຕຳຫຼວດ 2 ປະເທດ ຫວຽດນາມ - ລາວ…

        ແລະກໍ່ໃນວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ບໍລິສັດການບິນ Vietjet ໄດ້ມອບຂໍ້ຕົກລົງຮ່ວມມືກັບກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ກ່ຽວກັບການເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດຢູ່ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ