ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽ​ນ​ການໂຄ​ສະ​ນາ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ສູນ​ກາງ​ພັກ ປ​ຊ​ຊ ປະ​ຕິ​ວັດ ​ລາວ

(VOVWORLD) - ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ໂງມິນຫຽນ ຮອງຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຄະນະໂຄສະນາອົບຮົມ ສູນກາງພັກ ປຊຊ ປະຕິວັດ ລາວ ໂດຍທ່ານຮອງຫົວໜ້າຄະນະ ສາຄອນ ພົມມະລາດ ນຳໜ້າ ມາຢ້ຽມຢາມ ແລະ ຮ່ຳຮຽນບົດຮຽນກັບ ວິທະຍຸກະຈາຍສຽງ ຫວຽດນາມ.
ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽ​ນ​ການໂຄ​ສະ​ນາ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ສູນ​ກາງ​ພັກ ປ​ຊ​ຊ ປະ​ຕິ​ວັດ ​ລາວ - ảnh 1

(ພາບ: ເລເຟືອງ-VOV5)

     ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫ່ຍ ວິທະຍຸກະຈາຍສຽງ ຫວຽດນາມ ໂງມິນຫຽນ ໄດ້ແນະນຳໂດຍຫຍໍ້ ກ່ຽວກັບບັນດາຫົວໜ່ວຍຂອງວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຄືບັນດາການເຄື່ອນໄຫວໂຄສະນາ ແລະ ຮ່ວມມືສາກົນຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ:

   “ມາຮອດປະຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ມີການຮ່ວມມືກັບ 44 ອົງການກະຈາຍສຽງ, ໂທລະພາບ ແລະ ບັນດາສະຖານີວິທະຍຸ ໂທລະພາບໃຫ່ຍໃນໂລກ. ໃນນັ້ນ, ລາວ ແມ່ນຄູ່ຮ່ວມມືພິເສດ. ວິທະຍຸແຫ່ງຊາດ ລາວ, ບັນດາອົງການສື່ມວນຊົນຂອງ ລາວ ແມ່ນໜຶ່ງໃນບັນດາຄວາມສົນໃຈພິເສດຂອງວິທະຍຸກະຈາຍສຽງ ຫວຽດນາມ. ແຕ່ລະປີ, ລັດຖະບານ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ລາວ ບ້ວງເງິນອຸປະຖຳ ODA ທີ່ແນ່ນອນຜ່ານວິທະຍຸແຫ່ງຊາດ ລາວ”.

ວິ​ທະ​ຍຸ​ກະ​ຈາຍ​ສຽງ ​ຫວຽດ​ນາມ ແບ່ງ​ປັນ​ບົດ​ຮຽ​ນ​ການໂຄ​ສະ​ນາ​ກັບ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ສູນ​ກາງ​ພັກ ປ​ຊ​ຊ ປະ​ຕິ​ວັດ ​ລາວ - ảnh 2

(ພາບ: ເລເຟືອງ-VOV5)

   ສ່ວນທ່ານ ສາຄອນ ພົມມະລາດ ໄດ້ສະແດງຄວາມປາດຖະໜາຢາກທາບທາມບົດຮຽນຂອງວິທະຍຸກະຈາຍສຽງ ຫວຽດນາມ ກ່ຽວກັບກົນໄກຕິຕາມກວດກາ, ກວດກາເນື້ອໃນຂໍ້ມູນໂຄສະນາ; ປະຕິບັດການເຄື່ອນໄຫວໂຄສະນາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ; ການໂຄສະນາປະຕິເສດຂໍ້ມູນທີ່ຜິດເຂວ, ເສກສັນປັ້ນແຕ່ງ; ກົນໄກຕິດຕາມກວດກາຫາງສຽງສັງຄົມ; ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນຈຸດເວລາທີ່ສື່ສັງຄົມອອນໄລລະເບີດຂຶ້ນຄືໃນປະຈຸບັນ. ທ່ານໄດ້ຂອບອົກຂອບໃຈການແບ່ງປັນຂອງການນຳວິທະຍຸກະຈາຍສຽງ ຫວຽດນາມ ແລະ ຕີລາຄາວ່າ ນີ້ແມ່ນບັນດາບົດຮຽນທີ່ມີປະໂຫຍດ, ປະກອບສ່ວນຊ່ວຍຄະນະໂຄສະນາອົບຮົມ ສູນກາງພັກ ປຊຊ ປະຕິວັດ ລາວ ໃນວຽກງານຄຸ້ມຄອງ ແລະ ພັດທະນາລະບົບສື່ມວນຊົນ ແລະ ໂຄສະນາຢູ່ ລາວ.

         

                   

ຕອບກັບ

ຂ່າວ/ບົດ​ອື່ນ