ທ່ານປະທານປະເທດ ໂຕເລິມ ຕ້ອນຮັບປະທານແນວລາວສ້າງຊາດ

(VOVWORLD) - ທ່ານປະທານປະເທດ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືອື່ນຂອງ ຫວຽດນາມ ໃນໄລຍະຜ່ານມາ
ທ່ານປະທານປະເທດ ໂຕເລິມ ຕ້ອນຮັບປະທານແນວລາວສ້າງຊາດ - ảnh 1ທ່ານປະທານປະເທດ ໂຕເລິມ ຕ້ອນຮັບທ່ານປະທານແນວລາວສ້າງຊາດ ສິນລະວົງ ຂຸດໄພທູນ
(ພາບ: TTXVN)

       ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ຕອນບ່າຍວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານປະທານແນວລາວສ້າງຊາດ ສິນລະວົງ ຂຸດໄພທູນ. ທ່ານປະທານປະເທດ ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາຄູ່ຮ່ວມມືອື່ນຂອງ ຫວຽດນາມ ໃນໄລຍະຜ່ານມາ; ທ່ານສະເໜີໃຫ້ສູນກາງແນວລາວສ້າງຊາດ ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍ ຫວຽດນາມ ເພື່ອປະຕິບັດບັນດາຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດແນວໂຮມ, ຂົນຂວາຍປະຊາຊົນ, ສາສະໜາ, ຊົນເຜົ່າໃຫ້ມີປະສິດທິຜົນ ແລະ ຍູ້ແຮງການໂຄສະນາໃນໝູ່ປະຊາຊົນກ່ຽວກັບມູນເຊື້ອປະຫວັດສາດຂອງການພົວພັນແບບພິເສດ ຫວຽດນາມ - ລາວ.

        ສ່ວນທ່ານ ສິນລະວົງ ຂຸດໄພທູນ ເນັ້ນໜັກວ່າ, ຈະສືບຕໍ່ສົມທົບກັບສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ເອົາໃຈໃສ່, ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ຊາວ ຫວຽດນາມ ທຳມາຫາກິນ, ດຳລົງຊີວິດຢູ່ ລາວ.

    ໃນວັນດຽວກັນ, ທ່ານປະທານປະເທດ ໂຕເລິມ ໄດ້ພົບປະ, ຢື້ຢາມຖາມຂ່າວທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ຈຸມມະລີ ໄຊຍະສອນ; ທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ. ທ່ານປະທານປະເທດ ໂຕເລິມ ໄດ້ສະແດງຄວາມຊົມເຊີຍບັນດາຜົນງານເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ບັນລຸໄດ້ໃນຊຸມປີຜ່ານມາ, ໃນນັ້ນ, ມີການປະກອບສ່ວນສຳຄັນຂອງບັນດາອະດີດການນຳຂັ້ນສູງຂອງ ລາວ.

        ບັນດາທ່ານອະດີດການນຳຂັ້ນສູງຂອງ ລາວ ຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍຄວນສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ; ຍົກສູງປະສິດທິຜົນການຮ່ວມມື ແລະ ຜັນຂະຫຍາຍບັນດາສົນທິສັນຍາ, ຂໍ້ຕົກລົງລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ