ຍາມໃດລັດຖະບານຫວຽດນາມ ກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຫວຽດນາມ

ຍາມໃດລັດຖະບານຫວຽດນາມ ກໍ່ຮ່ວມເດີນທາງພ້ອມກັບວິສາຫະກິດຕ່າງປະເທດທີ່ລົງທຶນຢູ່ຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ
ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດົ່ງ​ນາຍ)


(vovworld) –  ວັນ​ທີ 22/05, ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດົ່ງ​ນາຍ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ, ສະຫະ​ສະມາຄົມ​ວິ​ສາ​ຫະກິດ ​ໄຕ້​ຫວັນ (ຈີນ), ຍີ່ປຸ່ນ, ສ.​ເກົາຫຼີ ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ສະພາບ​ການໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ປະຊາ​ຄົມ​ວິ​ສາ​ຫະກິດ ພາຍຫຼັງ​ເກີດເຫດກໍ່ຄວາມວຸນວາຍຂອງ​ກຸ່ມ​ຄົນ​ໜຶ່ງ​​ເຮັດ​ໃຫ້​ຊັບ​ສົມບັດ​ຂອງ​ບາງ​ບໍລິສັດ​ຖືກ​ເປ່ເພ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຮັບ​ຮູ້​ຄວາມ​ມານະ​ພະຍາຍາມ, ທັນ​ການ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໃນ​ການ​ກີດຂວາງ​ການ​ກໍ່​ຄວາມ​ວຸ້ນວາຍຂອງ​ກຸ່ມ​ຄົນ​ໜຶ່ງ​ທີ່​ສວຍ​ໃຊ້​ການ​ເດີນ​ຂະ​ບວນຂອງ​ຊາວ​ກະສິກອນ​ທີ່ຄັດຄ້ານ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​​ເຂດ​​ໄຫຼ່​ທະວີ​ບຂອງ​ຫວຽດນາມ ອັນໄດ້ສົ່ງ​ຜົນ​ສະທ້ອນ​ເຖິງ​ວິ​ສາ​ຫະກິດ. ປະ​ຈູ​ບັນ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັບ​ຕົວ​ບັນດາ​ຜູ້ກະທຳຜິດ​ທີ່​ລະ​ເມີດ​ກົດໝາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ຈະ​ນຳ​ບັນດາ​ເປົ້າ​ໝາຍ​ດັ່ງກ່າວ​ອອກ​ພິພາກສາ​ຢ່າງ​ເປີດ​ເຜີຍ​ໂດຍ​ໄວ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ເຂັ້ມ​ງວດ​ຂອງ​ກົດໝາຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໃຫ້​ຮູ້​ວ່າ ທ່ານ​ນາຍົກລັດຖະມົນຕີ ​ໄດ້​ມີ​ຂໍ້​ສະຫຼຸບ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ທີ່​ຖືກ​ຜົນ​ສະທ້ອນ ​ແລະ ຮຽກ​ຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ່ອງ​ຖິ່ນ​ຕ່າງໆ ຮີບ​ເຮ່ັງໜູນ​ຊ່ວຍ​ວິ​ສາ​ຫະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຢືນຢັນ​ວ່າ ລັດຖະບານ ​ແລະ ທ້ອງ​ຖິ່ນ​ຕ່າງໆ ພ້ອມ​ກັນ​ມານະ​ພະຍາຍາມ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຮັບປະກັນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ​ໂດຍ​ໄວ, ຍາມ​ໃດລັດຖະບານກໍ່ສ້າງ​ເງື່ອນ​ໄຂ​ສະດວກ​ສຸງສຸດ ​ແລະ ຮ່ວມ​ເດີນທາງ​ພ້ອມ​ກັບ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ