ຍູ້ແຮງການຮ່ວມມືວິສາຫະກິດຫວຽດນາມ-Romania

ຍູ້ແຮງການຮ່ວມມືວິສາຫະກິດຫວຽດນາມ-Romania - ảnh 1
Romania ຮຽກຮ້ອງວິສາຫະກິດ ຫວຽດນາມ ລົງທຶນໃນຫຼາຍຂົງເຂດ
(ພາບປະກອບຈາກສຳນັກຂ່າວສານຫວຽດນາມ)

(vovworld) – ທີ່​ເວທີ​ປາ​ໄສວິ​ສາ​ຫະກິດ ຫວຽດນາມ - Romania ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 16/6, ຢູ່​ຮ່າ​ໂນ້ຍ, ບັນດາ​ຜູ້​ແທນ​ຮັບ​ຮູ້​ວ່າ: ຫວຽດນາມ ​ແລະ Romania ມີ​ການ​ພົວພັນ​ຮ່ວມ​ມື​ທີ​່​ເປັນ​ມູນ​​ເຊື້ອ​ຍາວ​ນານ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຍັງ​ຈຳກັດ​​ເມື່ອ​ທຽບ​ໃສ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ຝ່າຍ. ທ່ານ ຫງວຽນ​ກວາງ​ວີ​ງ, ຮອງ​ເລຂາທິການ​​ໃຫຍ່​ຫ້ອງ​ການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ (VCCI), ຖື​ວ່າ: ການ​ຈຳກັດ​ໃນ​ການ​ພົວພັນ​ດ້ານການ​ຄ້າ​ 2 ປະ​ເທດ​ແມ່ນ​ຍ້ອນວິ​ສາ​ຫະກິດ 2 ຝ່າຍຍັງ​ຂາດ​ຂໍ້​ມູນ​ຂ່າວສານ​ຂອງ​ກັນ, ​ການ​​ໂຄສະນາ​ຂອງ​ບັນດາ​ວິ​ສາ​ຫະກິດ​ກ່ຽວ​ກັບ​ກຳລັງ​ຄວາມ​ສາມາດ, ຜະລິດ​ຕະພັນ​ຍັງ​ໜ້ອຍ​ຢູ່, ບັນດາ​ວິ​ສາ​ຫະກິດ​ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ບັນຫາລະບຽບ​ການ​ພາສີ, ການ​ຊຳ​ລະ. ກ່ຽວ​ກັບ​​ແຜນການ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ, ທ່ານ ຫງວຽນ​ກວາງ​ວີ​ງ, ຖື​ວ່າ:

        “ສຳລັບ Romania ​ແລ້ວ, ຫ້ອງການ​ກາ​ນຄ້າ​ໄ​ດ້​ເຊັນ​ຂໍ້​ຕົກລົງ 2 ຝ່າຍ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສົມທົບ​ໜູນ​ຊ່ວຍ​ວິ​ສາ​ຫະກິດ, ຈັດ​ຕັ້ງການ​ເຄື່ອນ​ໄຫວ​​ແທດ​ຈິງ​ຫຼາຍ​ຢ່າງ​ຄື: ບັນດາ​ເວທີ​ປາ​ໄສ​ວິ​ສາ​ຫະກິດ, ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສະພາບ​​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ ​ແລະ ນະ​ໂຍບາຍ​ການ​ລົງທຶນ, ​ແບ່ງປັນ​ບົດຮຽນ​ໃນ​ບັນດາ​ຂົງ​ເຂດ​ປາຍ​ແຫຼມ​ຂອງ ຫວຽດນາມ ​ແລະ Romania. ​ໃນ​ກາງ​ເດືອນ 6 ນີ້, ທີ່​ກອງ​ປະຊຸມ​ຄະນະ​ກຳມະການ​ປະສົມ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - Romania ຄັ້ງ​ທີ 15, ລັດຖະບານ 2 ປະ​ເທດ​ຈະ​ຍົກ​ອອກ​ແຜນການ​ເຄື່ອນ​ໄຫວ​ລະອຽດ​ແທ​​ດຈິງ, ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ ​.”

 


ຂ່າວ/ບົດ​ອື່ນ