ຍູ້ແຮງການເຄື່ອນໄຫວເລີ່ມດຳເນີນອາຊີບຕິດພັນກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ

ຍູ້ແຮງການເຄື່ອນໄຫວເລີ່ມດຳເນີນອາຊີບຕິດພັນກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວືອງດິ່ງ​ເຫ້ວ ທີ່ເວທີປາໄສ
(ພາບ: baochinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 26/12, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ສົມທົບ​ກັບ​ອົງການ​ພັດທະນາ​ໂຮ​ນລັງ SNV ຈັດ​ຕັ້ງ​ເວທີ​ປາ​ໄສ “​ເພີ່ມ​ສິດ​ອຳນາດ​ດ້ານ​ເສດຖະກິດ​ໃຫ້​ແມ່ຍິງ​ເລີ່​ມ​ດຳ​ເນີນ​ອາຊີບ ​​ແລະ ດຳ​ເນີນ​ທຸລະ​ກິດ​ກະສິກຳ ​​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ”. ກ່າວ​ຄຳ​ເຫັນ​ທີ່​​ເວທີ​ປາ​ໄ​ສ, ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວືອງດິ່ງ​ເຫ້ວ ​ເນັ້ນ​ໜັກ​ວ່າ, ພ້ອມ​ກັບ​ບັນດາ​ມາດ​ຕະການ​ແກ້​ໄຂ​ຂອງ​ລັດຖະບານ, ສູນ​ກາງ​ສະ​ຫະພັນ​ແມ່ຍິງ​ຫວຽດນາມ ຄວນ​ສືບຕໍ່​ໂຄສະນາ, ຂົນຂວາຍ​ຍົກ​ສູງ​ຄວາມ​ຮັບ​ຮູ້ ສຸມ​ໃສ່​ໜູນ​ຊ່ວຍ​ໃນ​ຄວາມ​ສາມາດ​ຂອງຕົນ ​ແລະ ສົມທົບ​ກັບ​ບັນດາ​ຂະ​ແໜງ​ອື່ນໆ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກທຸລະກິດ​ຍິງ ​ໃນ​ການ​ພັດທະນາ​ວິສາ​ຫະກິດ​ຕາມ​ຫຼັກການ​ການຕະຫຼາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດິ່ງ​ເຫ້ວ ສະ​ເໜີ​ໃຫ້​ສູນ​ກາງ​ສະຫະພັນ​ແມ່ຍິງ​ຫວຽດນາມ ມີ​ບັນດາ​ມາດ​ຕະການ​ໜູນ​ຊ່ວຍ​​ແນວ​ຄວາມ​ຄິດ​ດຳ​ເນີນ​ທຸລະ​ກິດ, ບັນດາ​ນັກວິທະຍາສາດ​ຍິງ​ພັດທະນາ​ວິທະຍາສາດ, ​ເຕັກນ​ໂນ​ໂລ​ຊີ, ພ້ອມ​ທັງ​ພັດທະນາ​ວິ​ສາ​ຫະກິດ, ​ເສດຖະກິດ​ກະສິກຳ ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະຫະພັນ​ແມ່ຍິງ ຍ້ອນ​ນັ້ນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍສຳຄັນ​ສຳລັບ​ການ​ພັດທະນາ​ເສດຖະກິດ​ຂອງ​ຫວຽດນາມ ​ເທົ່າ​ນັ້ນ, ຫາກ​ຍັງ​ຕັດ​ສິນ​ເຖິງບັນຫາ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ຢ່າງ​ແທ​ດຈິງ​ອີດ​​ດ້ວຍ.

ຂ່າວ/ບົດ​ອື່ນ