ດັດຊະນີສໍາຜັດກັບສິນເຊື່ອຂອງຫວຽດນາມລອດເຂົ້າ Top 25 ຂອງໂລກ

(VOVWORLD) -  ດັດຊະນີສໍາຜັດກັບສິນເຊື່ອຂອງຫວຽດນາມຢືນຢູ່ອັນດັບທີ 25 ໃນຈໍານວນ 190 ປະເທດ ແລະ ເຂດແຄວ້ນ, ເພີ່ມ 7 ຂັ້ນ ເມື່ອທຽບໃສ່ປີ 2019, ຢືນອັນດັບທີ 2 ໃນ ອາຊຽນ ແລະ ໃນພາກພື້ນ ອາຊີ.

        ຕາມບົດລາຍງານຕີລາຄາກ່ຽວກັບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຂອງທະນາຄານໂລກ ປີ 2020 ທີ່ຫາກໍໄດ້ປະກາດນັ້ນ, ດັດຊະນີ້ສໍາຜັດກັບສິນເຊື່ອຂອງຫວຽດນາມມີການປັບປຸງຫຼາຍພໍສົມຄວນ, ເຊິ່ງໄດ້ຈັດເຂົ້າໃນກຸ່ມ 25 ປະເທດ ທີ່ມີິຄະແນນສູງສຸດ, ອັນໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົວແປງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢູ່ຫວຽດນາມ.

        ດັດຊະນີສໍາຜັດກັບສິນເຊື່ອຂອງຫວຽດນາມຢືນຢູ່ອັນດັບທີ 25 ໃນຈໍານວນ 190 ປະເທດ ແລະ ເຂດແຄວ້ນ, ເພີ່ມ 7 ຂັ້ນ ເມື່ອທຽບໃສ່ປີ 2019, ຢືນອັນດັບທີ 2 ໃນ ອາຊຽນ ແລະ ໃນພາກພື້ນ ອາຊີ (ພຽງແຕ່ຖັດຈາກ ບຣູໄນ). ສິ່ງດັ່ງກ່າວໝາຍຄວາມວ່າ ປະຊາຊົນ ແລະ ວິສາຫະກິດໄດ້ສໍາຜັດກັບສິນເຊື່ອຢ່າງຍຸຕິທໍາ, ໂປ່ງໃສ ແລະ ມີນະໂຍບາຍນິຕິກໍາທີ່ສະດວກໃນການປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍຂອງທັງຜູ້ຢືມເງິນ ແລະ ຜູ້ໃຫ້ກູ້ຢືມ.


ຕອບກັບ

ຂ່າວ/ບົດ​ອື່ນ