ຕຸຍ​ນີ​ຊີ ແລະ ອີ​ຢູ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ການອົບ​ພະ​ຍົບ

(VOVWORLD) - ວັນທີ 16 ກໍລະກົດ, ຢູ່ນະຄອນຫຼວງ Tunis ຂອງ ຕຸຍນີຊີ, ສະຫະພາບເອີຣົບ (ອີຢູ) ແລະ ຕຸຍນີຊີ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳລະດັບ “ຄູ່ຮ່ວມມືຍຸດທະສາດຮອບດ້ານ” ກ່ຽວກັບການຕ້ານການອົບພະຍົບແບບຜິດກົດໝາຍ ແລະ ພັດທະນາເສດຖະກິດ. 
ຕຸຍ​ນີ​ຊີ ແລະ ອີ​ຢູ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ເສດ​ຖະ​ກິດ ແລະ ນະ​ໂຍ​ບາຍ​ການອົບ​ພະ​ຍົບ - ảnh 1ເຈົ້າໜ້າທີ່ EU ແລະ ຕຸຍນີຊີ ໃນພິທີລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: Euronews)

ສອງຝ່າຍບັນລຸໄດ້ຂໍ້ຕົກລົງສະບັບດັ່ງກ່າວ ພາຍຫຼັງດຳເນີນການເຈລະຈາມາເປັນຫຼາຍອາທິດກ່ຽວກັບການໜູນຊ່ວຍດ້ານງົບປະມານ ທີ່ມີມູນຄ່າ 150 ລ້ານ ເອີໂຣ ແລະ ບ້ວງເງິນ 105 ລ້ານເອີໂຣ ເພື່ອຄຸ້ມຄອງການອົບພະຍົບໃນປີ 2023. ນອກຈາກນັ້ນ, ໃນລະດູຮ້ອນປີນີ້, ອີຢູ ມີແຜນການສະໜອງເຮືອ, ຣາດາເຄື່ອນທີ່, ກ້ອງວົງຈອນປິດຕິດຕາມກວດກາ ແລະ ພາຫະນະໃຫ້ແກ່ ຕຸຍນີຊີ ເພື່ອຊ່ວຍປະເທດນີ້ ເພີ່ມທະວີການຄວບຄຸມຊາຍແດນທະເລ ແລະ ຊາຍແດນທາງບົກ.

        ຕຸຍນີຊີ ແມ່ນປະເທດທີ່ໄດ້ຮັບຮູ້ວ່າ ມີຫຼາຍກໍລະນີຊາວອົບພະຍົບຂ້າມທະເລໄປແບບຜິດກົດໝາຍ, ສ່ວນຫຼາຍແມ່ນມາຈາກບັນດາປະເທດອາຟະລິກາ ເພື່ອໄປຕໍ່ ອີຕາລີ.

ແອັງຕວັນ - ນັກຂ່າວ VOV ປະຈຳ ຢູ່ ຝລັ່ງ

ຕອບກັບ

ຂ່າວ/ບົດ​ອື່ນ