ຕວັກ​ກີ ສືບ​ຕໍ່​ບໍ່​ເຂົ້າ​ຮ່ວມ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ລັດ​ເຊຍ

(VOVWORLD) -Ankara ຈະບໍ່ເຂົ້າຮ່ວມມາດຕະການລົງໂທດຂອງຝ່າຍຕາເວັນຕົກ ສຳລັບ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງວິກິດການ ຢູແກຼນ.
ຕວັກ​ກີ ສືບ​ຕໍ່​ບໍ່​ເຂົ້າ​ຮ່ວມ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ລັດ​ເຊຍ - ảnh 1 ທ່ານ Ibrahim Kalin, ໂຄສົກຂອງທ່ານປະທານາທິບໍດີ ຕວັກກີ (ພາບ: TTXVN)

  ທ່ານ Ibrahim Kalin, ໂຄສົກຂອງທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan, ວັນທີ 26 ມິຖຸນາ  ຢັ້ງຢືນວ່າ Ankara ຈະບໍ່ເຂົ້າຮ່ວມມາດຕະການລົງໂທດຂອງຝ່າຍຕາເວັນຕົກ ສຳລັບ ລັດເຊຍ ເຊິ່ງກ່ຽວຂ້ອງເຖິງວິກິດການ ຢູແກຼນ.

        ເມື່ອຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບ Haberturk, ທ່ານ Ibrahim Kalin ໃຫ້ຮູ້ວ່າການພົວພັນດ້ານເສດຖະກິດຂອງ ຕວັກກີ ກັບ ລັດເຊຍ ມີຈຸດພິເສດວ່າ ບັນດາມາດຕະການລົງໂທດ ອາດຈະສົ່ງຜົນເສຍຫາຍຫຼາຍກວ່າຕໍ່ພື້ນຖານເສດຖະກິດຂອງ ຕວັກກີ ເມື່ອທຽບໃສ່ພື້ນຖານຂອງ ລັດເຊຍ. ຕວັກກີ ບໍ່ສະໜັບສະໜູນບັນດາມາດຕະການລົງໂທດ ລັດເຊຍ ຂອງ ຝ່າຍຕາເວັນຕົກ.

 

ຕອບກັບ

ຂ່າວ/ບົດ​ອື່ນ