ຕວກກີກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍໃກ້ກັບເຂດຊາຍແດນຊີຣີ

ຕວກກີກ່າວປະນາມເຫດບຸກໂຈມຕີກໍ່ການຮ້າຍໃກ້ກັບເຂດຊາຍແດນຊີຣີ - ảnh 1
ທ່ານ​ປະທານາທິບໍດີ​ຕວກກີ Recep Tayyip Erdogan
(ພາບປະກອບ: Guardian)


​​(vovworld) - ທ່ານ​ປະທານາທິບໍດີ​ຕວກກີ Recep Tayyip Erdogan ​ໄດ້​ກ່າວ​ປະ​ນາມ​ຕົວ​ການ​ກໍ່​ໃຫ້​ເກີດ​ການ​ບຸກໂຈມ​ຕີ​ກໍ່​ການ​ຮ້າຍ​​ເຊິ່ງເກີດ​ຂຶ້ນ​ໃນ​ວັນ​ທີ 20/07, ຢູ່​ນອກ​ສູນວັດທະນະທຳ​, ​ເທດສະບານ Suruc ໃກ້​ກັບ​ເຂດ​ຊາຍ​ແດນ​ຊີຣີ. ​ເຫດການ​ກໍ່ການ​ຮ້າຍ​ໄດ້​ເຮັດ​ໃຫ້ 30 ຄົນ​ເສຍ​ຊີວິດ ​ແລະ ​ເກືອບ 100 ຄົນ​ຮັບ​ບາດ​ເຈັບ. ຄຳຖະ​ແຫຼ​ງຂອງ​ທ່ານປະທານາທິບໍດີ​ຕວກກີ ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸ​ມຂ່າວ​ຮ່ວມ​ກັບ​ການ​ນຳ​ປະຊາ​ຄົມ​ຕວກກີ ຢູ່ Cyprus ​ໃນ​ການ​ຢ້ຽມຢາມ Nicosia ຢ່າງ​ເປັນ​ທາງ​ການ. ກ່​ອນໜ້າ​ນັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່​ຕວກກີ ​ໃຫ້​ຮູ້​ວ່າ, ຫຼັກ​ຖານ​ເບື້ອງ​ຕົ້ນ​ຊີ້​ໃຫ້​ເຫັນ​ວ່າ ​ອາດ​ຈະ​ແມ່ນ​ການວາງ​ລະ​ເບີດ​ສະຫຼະ​ຊີບ​ຂອງ​ກຸ່ມ​ກໍ່​ການ​ຮ້າ​ຍລັດ​ສິດ​ສະ​ລາມ (IS) ​ອ້າງ​ຊື່​​ເອງ.

ຂ່າວ/ບົດ​ອື່ນ