ຕວກກີຕັດສິນລົງໂທດຜູ້ຖືກສົງໄສດຳເນີນການນບຸກໂຈມຕີສະໜາມບິນຢູ່ນະຄອນ Istanbul 13ຄົນ

ຕວກກີຕັດສິນລົງໂທດຜູ້ຖືກສົງໄສດຳເນີນການນບຸກໂຈມຕີສະໜາມບິນຢູ່ນະຄອນ Istanbul 13ຄົນ - ảnh 1
ຕຳຫຼວດປິດລ້ອມທາງເຂົ້າສະໜາມບິນ Ataturk
(ພາບ: EPA/ສຳນັກຂ່າວສານ ຫວຽດນາມ)

(vovworld) – ຜູ້​ຖືກ​ສົງ​ໄສ 13 ຄົນ, ​ໃນ​ນັ້ນ​ມີ​ພົນລະ​ເມືອງ​ຕວກກີ 10 ຄົນ​ຖືກ​ຜູກໂທດ​ໃນ​ບັນດາ​​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ສະໜາມ​ບິນ Ataturk, ນະຄອນ Istanbul ​ໃນ​ວັນ​ທີ 29/6, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 45 ຄົນ​ເສຍ​ຊີວິດ ​ແລະ 147 ຄົນ​​ຮັບ​ບາດ​ເຈັບ. ​ເຖິງ​ວ່າ​ບໍ່​​ໃຫ້​ຮູ້​ສັນຊາດ​ຂອງ​ບັນດາ​ຜູ້​ຖືກ​ລະ​ແວງ​ສົງ​​ໄສກໍ່ຕາມ, ​ແຕ່​ສຳນັກ​ຂ່າວສານ Dogan ຂອງ​ຕວກກີ ​ໃຫ້​ຮູ້​ວ່າ: ບັນດາ​ເປົ້າໝາຍ​ພວມ​ຖືກ​ກັກ​ຂັງ​ນີ້​ຖືກ​ກ່າວ​ຜູກ​ໂທດ​ວ່າໄດ້​ເຂົ້າ​ຮ່ວມ​ອົງການ​ກໍ່​ການ​ຮ້າຍ, ​ເຂັ່ນຂ້າ​ມະນຸດ ​ແລະ ກໍ່​ຄວາມ​ອັນຕະລາຍ​ໃຫ້​ແກ່​​ຄວາມ​ເປັນເອກະ​ພາບຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຕວກກີ Binali Yildrim ​ໃຫ້​ຮູ້​ວ່າ: ຮອດ​ຈຸ​ດ​ເວລາ​ນີ້, ຕຳຫຼວດ​ໄດ້​ຈັດ​ຕົວຜູ້​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ນີ້ 29 ຄົນ​​ແລ້ວ, ​ໃນ​ນັ້ນ​ມີ​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ. ກ່ອນ​ໜ​້ານັ້ນ, ວົງ​ການ​ເຈົ້າ​ໜ້າ​ທີ່ ຕວກກີ ​ໃຫ້​ຮູ້​ວ່າ: ຜູ້​ການວາງ​ລະ​ເບີດສະຫະ​ຊີບ ​3 ຄົນແມ່ນ​ຊາວ​ຕ່າງປະ​ເທດ​ຖື​ສັນຊາດ ລັດ​ເຊຍ, Uzbekistan ​ແລະ Kyrgyzstan. ສື່​ມວນ​ຊົນ ຕວກກີ ​ໄດ້​ຕຳ​ນິຮູບ​ປະພັນ​ຫົວ​ໂປ Akhmed Chatayev,​ ​ເຊິ່ງ​ແມ່ນ​ຊາວ Chechnya ຂຶ້ນ​ກັບ​​ເຄືອ​ຂ່າຍອົງການ “ລັດ​ອິດສະ​ລາມ” (IS) ອ້າງ​ຊື່​ເອງ​ຢູ່ Istanbul.


ຂ່າວ/ບົດ​ອື່ນ