ຕວກກີອອກຄຳສັ່ງຈັບຕົວຫົວໂປ່ພັກຂອງຊາວKurd

ຕວກກີອອກຄຳສັ່ງຈັບຕົວຫົວໂປ່ພັກຂອງຊາວKurd - ảnh 1
Salih Muslim ປັນ​ປະທານ​ພັກ
ພັນທະ​ມິດ​ປະຊາທິປະ​ໄຕ​ຊາວ Kurd

(vovworld) - ວັນ​ທີ 22/11 ສຳນັກ​ຂ່າວສານ Anadolu ຂອງ ຕວກກີ ​​ໄດ້​ໃຫ້​ຂ່າວ ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້ ​ໄດ້​ອອກ​ຄຳ​ສັ່ງ​ຈັບ​ຕົວ Salih Muslim ທັງ​ເປັນ​ປະທານ​ພັກພັນທະ​ມິດ​ປະຊາທິປະ​ໄຕ​ຊາວ Kurd (PYD) ພ້ອມ​ກັບຜູ້​ອື່ນອີກ 47 ຄົນດ້ວຍຄຳ​ກ່າວ​ຫາ​ວ່າ ​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ໃສ່​ລົດ​ເມ ທະຫານ​ຢູ່​ນະຄອນຫລວງ Ankara ​ເມື່​ອ​​ເດືອນ 2 ຜ່ານ​ມາ. ຕາມສຳນັກ​ຂ່າວສານ Anadolu ​ແລ້ວ ​ໃນ​ຈຳນວນ​ຜູ້​ຖື​ກອອກ​ຄຳ​ສັ່ງ​ຈັບ​ຕົວ ມີ​ທັງ​ບັນດາ​ການ​ນຳ​ພັກກຳມະກອນ​ຊາວ Kurd ​ເຊິ່ງປະຈຸ​ບັນ​ໄດ້ຫຼົບໜີ​​ໄປ​ແລ້ວ. ບັນດາ​ຄົນ​ດັ່ງກ່າວນີ້ ກໍ່​ຖື​ກກ່າວ​ຫາວ່າ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ເຫດ​ວາງ​ລະ​ເບີດ​ລົດ​ໃນ​ວັນ​ທີ 17/02 ​ເຮັດ​ໃຫ້​ 28 ຄົນ​ເສຍ​ຊີວິດ ​ໃນ​ນັ້ນ ມີທັງພົນທະຫານ.

 

ຂ່າວ/ບົດ​ອື່ນ