ຕາ​ລີ​ບານ ​ຢຶດ​ຄອງ Kandahar, ນະ​ຄອນ​ໃຫຍ່​ອັນ​ດັບ​ທີ 2 ຂອງ ອາບ​ກາ​ນິດ​ສະ​ຖານ

(VOVWORLD) -ວັນທີ 13 ສິງຫາ, ກຳລັງ ຕາລີບານ ປະກາດວ່າ ໄດ້ຢືດຄອງໄດ້ Kandahar ໂດຍແມ່ນນະຄອນໃຫຍ່ອັນດັບທີ 2 ຂອງ ອາບການິດສະຖານ, ຜ່ານນັ້ນ ຍັງເຫຼືອພຽງແຕ່ນະຄອນຫຼວງ Hanul ແລະ ເຂດດິນແດນຕ່າງໆຈຳນວນໜຶ່ງ ທີ່ນອນໃນການຄຸ້ມຄອງຂອງກຳລັງລັດຖະບານ.

ຕາ​ລີ​ບານ ​ຢຶດ​ຄອງ Kandahar, ນະ​ຄອນ​ໃຫຍ່​ອັນ​ດັບ​ທີ 2 ຂອງ ອາບ​ກາ​ນິດ​ສະ​ຖານ - ảnh 1ບັນດາມືປືນ ຕາລີບານ ຢູ່ຕະຫຼາດແຫ່ງໜຶ່ງຢູ່ເມືອງ Andar, ແຂວງ Ghazni, ອາບການິດສະຖານ (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ອາເມລິກາ ໄດ້ປະກາດ ຕັດສິນຈັດສົ່ງນາຍທະຫານ 3000 ຄົນ ໄປຍັງ Kabul ໃນໄລຍະເວລາແຕ່ 24 – 48 ຊົ່ວໂມງຈະມາເຖິງ ເພື່ອໜູນຊ່ວຍຍົກຍ້າຍບັນດາພະນັກງານສະຖານທູດ ອາເມລິກາ ໃນສະພາບການ ຕາລີບານ ພວມຢຶດສິດຄຸ້ມຄອງເນື້ອທີ່ເຂດດິນແດນຂອງປະເທດນີ້ຫຼາຍແຫ່ງ. ກ່າວຄຳເຫັນຕໍ່ນັກຂ່າວ ໃນວັນທີ 12 ສິງຫາ, ທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ Ned Price ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ໃຫ້ບຸລິມະສິດແຖວໜ້າໃນຈຸດເວລານີ້ແມ່ນ ຄວາມປອດໄພ ແລະ ຄວາມໝັ້ນຄົງ ຂອງບັນດາພົນລະເມືອງ ອາເມລິກາ ທີ່ພວມປະຕິບັດໜ້າທີ່ຢູ່ຕ່າງປະເທດ. ທຳນຽບ 5 ແຈ ກໍ່ເນັ້ນໜັກວ່າ ກຳລັງນີ້ຈະບໍ່ນຳໃຊ້ ເພື່ອປຸກລະດົມການບຸກໂຈມຕີ ແນໃສ່ຕາລີບານ.

ຕອບກັບ

ຂ່າວ/ບົດ​ອື່ນ