ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທີ 20 ລ້ານ

(VOVWORLD) -    ຕອນບ່າຍວັນທີ 15 ທັນວາ, ຢູ່ເຂດເສດຖະກິດພິເສດ ຝຸກວັກ, ແຂວງ ອານຢາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຕັ້ງພິທີຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານຢູ່ສະໜາມບິນສາກົນ ຝຸກວັກ.
ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທີ 20 ລ້ານ - ảnh 1ພິທີຕ້ອນຮັບແຂກທ່ອງທ່ຽວສາກົນຜູ້ທີ 20 ລ້ານ (ພາບ: VOV5)

        ທ່ານນາງ Karolina Agnieszka Muskus, ຖືສັນຊາດ ໂປໂລຍ, ໄດ້ເດີນທາງມາຍັງ ຝຸກວັກ ຂອງ ຫວຽດນາມ ໃນຕອນບ່າຍວັນທີ 15 ທັນວາ ເປັນແຂກທ່ອງທ່ຽວຜູ້ທີ 20 ລ້ານ. ນີ້ແມ່ນຄັ້ງທຳອິດໃນຮອບເວລາ 65 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ, ຂະແໜງທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຂີດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 20 ລ້ານເທື່ອຄົນໃນປີໜຶ່ງ, ເຊິ່ງເປັນຂີດໝາຍບາດກ້າວພັດທະນາໃໝ່ໃນວິວັດທະນາການຟື້ນຟູ, ເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນຕະຫຼາດທ່ອງທ່ຽວສາກົນ, ຢັ້ງຢືນທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງ, ທ່າໄດ້ປຽບແກ້ງແຍ້ງຂອງການທ່ອງທ່ຽວ ຫວຽດນາມ ໃນທົ່ວໂລກ.

ຫວຽດ​ນາມ ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຜູ້​ທີ 20 ລ້ານ - ảnh 2ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວຄຳເຫັນທີ່ພິທີ (ພາບ: VOV)
ໃນເຫດການ, ທ່ານ ໂຮ່ອານຟອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໄດ້ຢັ້ງຢືນວ່າ ນີ້ແມ່ນຂີດໝາຍທີ່ສະແດງໃຫ້ເຫັນຄວາມເຊື່ອໝັ້ນທີ່ນັບມື້ນັບສູງຂອງແຂກທ່ອງທ່ຽວສາກົນ ຕໍ່ປະເທດ ຫວຽດນາມ ທີ່ປອດໄພ, ສະໜິດສະໜົມ, ດູດດື່ມ ແລະ ເຕັມໄປດ້ວຍສະຖານທີ່ຄົ້ນຫາ.

ຕອບກັບ

ຂ່າວ/ບົດ​ອື່ນ