(VOVWORLD) - ຮອດວັນທີ 21 ມີນາ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້ 156.718 ຫຼັງ.
ໄລ່ຮອດປັດຈຸບັນ, ທົ່ວປະເທດກໍ່ສ້າງເພີ່ມໄດ້ປະມານ 35.000 ຫຼັງ (ພາບ: VOV) |
ຕາມຕົວເລກທີ່ລະບຸໃນບົດລາຍງານຂອງທ້ອງຖິ່ນຕ່າງໆແລ້ວ, ຮອດວັນທີ 21 ມີນາ, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໄດ້ 156.718 ຫຼັງ. ໃນນັ້ນ, ກໍ່ສ້າງສຳເລັດໄດ້ 77.456 ຫຼັງ ແລະ ເລີ່ມລົງມືກໍ່ສ້າງໃໝ່ 79.262 ຫຼັງ.
ນັບແຕ່ກອງປະຊຸມທີ 3 ຄະນະຊີ້ນຳສູນກາງມາຮອດປັດຈຸບັນ, ທົ່ວປະເທດກໍ່ສ້າງເພີ່ມໄດ້ປະມານ 35.000 ຫຼັງ (ລວມທັງກໍ່ສ້າງສຳເລັດ ແລະ ກໍ່ສ້າງໃໝ່); ສະເລ່ຍແຕ່ລະທ້ອງຖິ່ນໜູນຊ່ວຍກໍ່ສ້າງໄດ້ 37 ຫຼັງ ຕໍ່ວັນ.
ກ່ຽວກັບການສຳຫຼວດກວດຄືນ, ອະນຸມັດຜ່ານຄວາມຕ້ອງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພຢູ່ບັນດາທ້ອງຖິ່ນ ແລະ ກຳນົດເວລາປະຕິບັດສຳເລັດໂຄງການດັ່ງກ່າວ: ຮອດວັນທີ 21 ມີນາ 2025, ມີຕື່ມອີກ 04 ທ້ອງຖິ່ນຕົກລົງອະນຸມັດຜ່ານຄວາມຕ້ອງການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນທີ່ນອນໃນໂຄງການປຸກລະດົມ ເພື່ອເປັນບ່ອນອີງຈັດຕັ້ງຜັນຂະຫຍາຍການໜູນຊ່ວຍ.