ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ

(VOVWORLD) - ຜົນສຳເລັດຂອງລາຍການໃນຊຸມປີຜ່ານມາໄດ້ປຸກລຸກຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍໜູນກອງທຶນ “ເພື່ອຄົນທຸກຍາກ”. 
ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວື່ອງດິ້ງເຫວ້  (ພາບ: VGP)

ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ ນີ້ແມ່ນຄຳເຫັນຊີ້ນຳຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວື່ອງດິ້ງເຫວ້ ທີ່ການເຮັດວຽກ ເມື່ອວັນທີ 02 ຕຸລາ, ກັບຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ກ່ຽວກັບວຽກງານກະກຽມຈັດຕັ້ງລາຍການຖ່າຍທອດສົດທາງໂທລະພາບ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ” ປີ 2017. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຜົນສຳເລັດຂອງລາຍການໃນຊຸມປີຜ່ານມາໄດ້ປຸກລຸກຈິດໃຈອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈຊ່ວຍໜູນກອງທຶນ “ເພື່ອຄົນທຸກຍາກ”. ຕາມ ທ່ານຮອງນາຍົກລັດຖະມົນຕີ ແລ້ວ, ຄວນຍູ້ແຮງວຽກງານອັນເປັນມູນເຊື້ອໃນ ເດືອນຈຸດສຸມ “ເພື່ອຄົນທຸກຍາກ” ດ້ວຍຈຸດພິເສດແມ່ນໂຄງການຖ່າຍທອດສົດທາງໂທລະພາບ “ຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ”, ມອບລາງວັນສື່ມວນຊົນກ່ຽວກັບລາຍການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຈັດຕັ້ງກອງປະຊຸມບັນດານັກອຸປະຖຳ… ເພື່ອສ້າງກະແສຟອງ, ດຶງດູດຄວາມສົນໃຈຮ່ວມແຮງຮ່ວມໃຈສະໜັບສະໜູນຊ່ວຍເຫຼືອຄົນທຸກຍາກໃນທົ່ວສັງຄົມ. ທີ່ການເຮັດວຽກ, ທ່ານປະທານຄະນະກຳມະການສູງກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເມີນ ຢັ້ງຢືນວ່າ ແນວໂຮມປະເທດຊາດຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເບິ່ງແຍງດູແລຄົນທຸກຍາກ. ພ້ອມດຽວກັນນັ້ນ, ຜູ້ຕາງໜ້າບັນດາສະຫະບໍລິສັດ, ວິສາຫະກິດ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຮ່ວມເດີນທາງຊ່ວຍໜູນກອງທຶນ “ເພື່ອຄົນທຸກຍາກ”, ຜັນຂະຫຍາຍບັນດາໂຄງການໜູນຊ່ວຍຊີວິດສັງຄົມເພື່ອມີແຫຼ່ງກຳລັງຫຼຸດຜ່ອນຄວາມທຸກຍາກແບບຍືນຍົງເພີ່ມຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ