ທ່ົວສັງຄົມເດັດດຽວຍູ້ໄພຢາເສບຕິດໃຫ້ຖອຍໄປ

ທ່ົວສັງຄົມເດັດດຽວຍູ້ໄພຢາເສບຕິດໃຫ້ຖອຍໄປ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ໄດ້​ເປັນ​ເຈົ້າພາບ​ຈັດ​
ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ ​ເຕີ​ແນ​ດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ

(vovworld) - ຕອນ​ບ່າຍ​ວັນ​ທີ 23/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ​ແລະ ບຳບັດ​ຢາ​ເສບ​ຕິດ. ​ເມື່ອ​ສະຫຼຸບ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ຊີ້​ແຈ້ງວ່າ, ​ໄລຍະ​ຜ່ານ​ມາ, ບັນດາ​ອົງການ​ກ່ຽວຂ້ອງ​ໄດ້​ຄົ້ນ​ພົບ, ຈັບ​ຕົວ ​ແລະ ​ແກ້​ໄຂ​ຫຼາຍ​ເຫດ​ຢາ​ເສບ​ຕິດ​ໃຫຍ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​ສະພາບ​ການ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຢູ່. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ​ເນັ້ນ​ໜັກ​ວ່າ:

        “ສານ​ຂອງ​ລັດຖະບານ​ແມ່ນ​ເຮັດ​ໃຫ້​ທົ່ວ​ສັງຄົມ​ຊາບ​ຊືມ​ວ່າອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ ​ແລະ ​ໄປ​ແງ້ນ​ຢາ​ເບ​ຕິດ​ແມ່ນ​ບັນຫາ​ຮີບ​ເຮັ່ງ​ໃນ​ສັງຄົມ, ກໍ່​ຜົນ​ຮ້າຍ​ຢ່າງຮ້າຍ​ແຮງ. ຍ້ອນ​ເຫດ​ນັ້ນ, ທັງ​ລະບົບ​ການ​ເມືອງ, ຄອບຄົວ, ປະຊາຄົມ ​ແລະ ທົ່ວ​ສັງຄົມ​ຕ້ອງ​ເດັດ​ດຽວ​ຕໍ່ສູ້​ປ້ອງ​ກັນ, ຕ້ານ ​ແລະ ຍູ້​ໄພ​ຢາ​ເສບ​ຕິດ​ໃຫ້​ຖອຍ​ໄປ, ປະກອບສ່ວນ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ“.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວງ​ຟຸກ​ ຮຽກຮ້ອງ​ໃຫ້​ບັນດາ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ, ຕຳຫຼວດ​ທະ​ເລ, ຕຳຫຼວດ, ການບິນ ​ເພີ່ມ​ທະວີ​ວຽກ​ງານ​ປາບ​ປາມ​ອາດ​ສະ​ຍາ​ກຳ​ຢາ​ເສບ​ຕິດ. ສ່ວນ​ກະຊວງ​ແຮງ​ງານ ທະ​ຫນ​ເສຍ​ອົງຄະ ​ແລະ ສັງຄົມ​ເປີດ​ກວ້າງ​ບັນດາ​ຮູບ​​ແບບ​ບຳບັດ​ຢາ​ເສບ​ຕິດ​ໃນ​ປະຊາ​ຄົມ. ກະຊວງ ສາທາລະນະ​ສຸກ ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ປິ່ນປົວ, ບຳບັດ​ຢາ​ເສບ​ຕິດ​ໃຫ້​ມີ​ປະສິດທິຜົນ.

 

ຂ່າວ/ບົດ​ອື່ນ