ທ້ອງຖິ່ນຕ່າງໆສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 27/07

ທ້ອງຖິ່ນຕ່າງໆສະເຫຼີມສະຫຼອງວັນທະຫານເສຍອົງຄະ ແລະ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ 27/07 - ảnh 1
(ພາບປະກອບ)

(vovworld) - ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ຕອບ​ສະໜອງວັນ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຄື​ວັນ​ທີ 27/07, ​ພວມ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນຊຸມ​ມື​ຜ່ານ​ມາ. ຢູ່​ແຂວງ​ກວາງ​ນາມ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຕົກລົງ​ໃຊ້​ຈຳນວນ​ເງິນ 9,5 ຕື້ດົງ ​ເພື່ອ​ມອບໃຫ້ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ​ແຕ່ 200.000 ຫາ 1,5 ລ້ານ​ດົງ/ສ່ວນ​ບຸກຄົນ ຫຼື ໝູ່​ຄະນະ. ຢູ່​ແຂວງ ຢາ​ລາຍ, ວັນ​ທີ 19/07, ຫໍພິພິທະ​ພັນ​ໂຮ່ຈິ​ມິນ ສາຂາ ຢາ​ລາຍ - ກອນ​ຕູມ ​ໄດ້​ຈັດ​ງານ​ວາງສະ​ແດງຮູບ​ພາບ ດ້ວຍ​ຫົວ​ຂໍ້​ວ່າ “ປະທານ​​ໂຮ່ຈິ​ມິນ​ກັບທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ”. ງານ​ວາງສະ​ແດງ​ໄດ້​​ແນະນຳ​ຮູບ​ພາບ​ເກືອບ 150 ​ແຜ່ນ ​ແລະ ​ເອກະສານຕ່າງໆ ​ເພື່ອຊ່ວຍ​ໃຫ້​ມະຫາ​ຊົນ​ເຂົ້າ​ໃຈຢ່າງ​ເລີກ​ເຊິ່ງກ່ຽວ​ກັບ​ບັນດາ​ແນວ​ຄິດ ​ແລະ ອາລົມ​ຈິດ​ຂອງ​ປະທານ​ໂຮ່ຈິ​ມິນ ທີ່​ມີ​ຕໍ່ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ງານ​ວາງສະ​ແດງ​ໄດ້​ເປີດ​ປະຕູ​ຮອດ​ວັນ​ທີ 28/07.
ຂ່າວ/ບົດ​ອື່ນ