ທະນາຄານແຫ່ງລັດຫວຽດນາມ-ລາວຍູ້ແຮງການຮ່ວມມື2ຝ່າຍ

ທະນາຄານແຫ່ງລັດຫວຽດນາມ-ລາວຍູ້ແຮງການຮ່ວມມື2ຝ່າຍ - ảnh 1
(ກອງ​ປະ​ຊຸມ 2 ຝ່າຍ​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ
ແລະ ທະ​ນາ​ຄານ​​ແຫ່ງສປປ.ລາວ)


(vovworld) - ​ຕອ​ນ​ເຊົ້າ​ວັນ​ທີ 15/02, ຢູ່​ແຂວງ ຫຼວງ​ພະ​ບາງ, ປະ​ເທດ​ລາວ, ໄດ້​ດຳ​ເນີນກອງ​ປະ​ຊຸມ 2 ຝ່າຍ​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​​ແຫ່ງສປປ.ລາວ. ​ເມື່ອຕີ​ລ​າ​ຄາ​ໝາກ​ຜົນ​​ແຫ່ງການ​ຮ່ວມມ​ື, 2 ຝ່າຍ​ມີ​ຄວາມ​ເປີກ​ບ່​ານ​ມ່ວນ​ຊື່​ນ​ເມື່ອ​ເຫັ​ນ​ວ່າ, ໃນ​ໄລ​ຍ​ະ​ຜ່ານ​ມາ, ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງທະ​ນາ​ຄານ​ສູນ​ກາງ 2 ​ແຫ່ງ ແລະ ລະ​ບົບ​ທະ​ນາ​ຄານ 2 ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ແລະ ນັບ​ມື້​ນັບ​ແທດ​ຈິງ. ສິ້ນ​ສຸດກອງ​ປະ​ຊຸມ, ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ເລ​ມິງ​ຮືງ ແລະ ຜູ້​ວ່າ​ການ​​ທະ​ນາ​ຄານ​ແຫ່ງສ​ປ​ປ.ລາວ ສົມພາວ ໄຟ​ສິດ ໄດ້​ລົງ​ນາ​ມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​ແຫ່ງ​ສ​ປ​ປ.ລາວ​.

ຂ່າວ/ບົດ​ອື່ນ