ທະນາຄານໂລກຊ່ວຍຫວຽດນາມເພີ່ມທະວີປະສິດທິຜົນບັນດາໂຄງການຊ່ວຍເຫຼືອສັງຄົມ

ທະນາຄານໂລກຊ່ວຍຫວຽດນາມເພີ່ມທະວີປະສິດທິຜົນບັນດາໂຄງການຊ່ວຍເຫຼືອສັງຄົມ - ảnh 1
ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການທະນາຄານ​ໂລກປະຈຳ ຫວຽດນາມ
(ພາບປະກອບ)

(vovworld) - ວັນ​ທີ 23/1, ທະນາຄານ​ໂລກ(WB) ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ​ຄະນະ​ອຳນວຍ​ການ​ບໍລິຫານທະນາຄານ​ໂລກ​ໄດ້​​​ເຊັນ​ອະນຸມັດ​ບ້ວງສິນ​ເຊື່ອ​ທີ່​ມີມູນ​ຄ່າ 60 ລ້ານ USD ​ເພື່ອຊ່ວຍ ຫວຽດນາມ ​ເພີ່ມ​ທະວີ​ລະບົບ​ຊ່ວຍ​ເຫຼືອສັງຄົມ​ຜ່ານ​ການ​ປັບປຸງວຽກງານ​ຄຸ້ມ​ຄອງ ​ແລະ ສະໜອງການ​ບໍລິການສັງຄົມ​ໃນ​ທົ່ວ​ປະ​ເທດ.

   ທ່ານ​ນາງ Victoria Kwakwa, ຜູ້ອຳນວຍການທະນາຄານ​ໂລກປະຈຳ ຫວຽດນາມ ​ເນັ້ນໜັກວ່າ: ​ບ້ວງສິນ​ເຊື່ອ​ດັ່ງກ່າວ​ເພື່ອອຸປະຖຳ​ໃຫ້​ໂຄງ​ການ​ເພີ່ມ​ທະວີ​ລະບົບ​ຊ່ວຍ​ເຫຼືອສັງຄົມ(SASSP), ຊ່ວຍ​ລັດຖະບານ ຫວຽດນາມ ປະຕິບັດ​ຄາດໝາຍຫຼຸດຜ່ອນ​ຄວາມທຸກ​ຍາກ​ຜ່ານ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ລະບົບ​ຊ່ວຍ​ເຫຼືອສັງຄົມ​ໃນ​ການ​ຊ່ວຍ​ເດັກນ້ອຍ​​ໃຫ້ມີ​ໂອກາດ​ຕືມອີກ ​ແລະ ຫຼຸດພົ້ນອອກ​ຈາກຄວາມທຸກ​ຍາກ​ຢ່າງໝັ້ນຄົງ. ​ໂຄງການ​ຈະປະຕິບັດ​ທົດ​ລອງ​ລະບົບ​ໃໝ່ຢູ່ 4 ​ແຂວງ​ຄື ຮ່າ​ຢາງ, ກວ້າງ​ນາມ, ຈາ​ວິ​ງ ​ແລະ ​ເລີມ​ດົງ.​ ຕາມ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫງວຽນຈ້ອງ​ດາມ ​ແລ້ວ,​ ​ໂຄງ​ການ​ດັ່ງກ່າວ​ຈະ​ແມ່ນ​ໂອກາດທີ່ດີ​ເພື່ອ​ໃຫ້​ ຫວຽດນາມ ສ້າງ​ລະບົບ​ຊ່ວຍ​ເຫຼືອສັງຄົ​ມຢ່າງ​​ໂປ່​ງ​​ໃສ ​ແລະ ມີ​ປະສິດທິ​ຜົນ​ໃນ​ການ​ຮັບປະກັນ​ສິດສຳຜັດ​ກັບ​ການບໍລິການ​ສັງຄົມ​ຂອງ​ປະຊາຊົນທຸກ​ຄົນ.

ຂ່າວ/ບົດ​ອື່ນ