ທະຫານກະບົດISນັບສິບຄົນຖືກດັບສູນຢູ່ອີຣັກ

ທະຫານກະບົດISນັບສິບຄົນຖືກດັບສູນຢູ່ອີຣັກ - ảnh 1
ທະ​ຫານ​ກະ​ບົດ IS
(ພາບ​ປະ​ກອບ​ຈາກ: AFP/TTXVN)

(vovworld) –  ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອີ​ຣັກ ໃຫ້​ຮູ້​ວ່າ: ທະ​ຫານ​ກະ​ບົດ​ທັງ​ໝົດ 40 ຄົນ​ທີ່ຂຶ້ນ​ກັບ​ອົງ​ການ “ລັດ​ອິດ​ສະ​ລາມ” IS ອ້າງ​ຊື່​ເອງ ຖືກ​ດັບ​ສູນ​ໃນ​ການ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 20/6 ຂອງ​ທະ​ຫານ​ປະ​ສົມ​ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ, ກໍ່​ຄື​ໃນ​ບັນ​ດາ​ການ​ປະ​ທະ​ກັນ​ກັບ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ແລະ ທະ​ຫານ​ລາດ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ຢູ່​ເຂດ​ຕາ​ເວັນ​ຕົກ Anbar ແລະ ພາກ​ເໜືອ​ນະ​ຄອນຫຼວງ ແບດ​ແດດ. ກະ​ຊວງ​ດັ່ງ​ກ່າວກໍ່​ໃຫ້​ຮູ້​ວ່າ: ທະ​ຫານ​ລັດ​ຖະ​ບານ, ດ້ວຍ​ການ​ໜູນຫຼັງ​ຂອງ​ບັນ​ດາ​ເຮືອ​ບິນ​ຂອງ​ທະ​ຫານ​ປະ​ສົມສາ​ກົນ ແລະ ອີ​ຣັກ ໄດ້​ປະ​ທະ​ກັນ​ກັບ​ທະ​ຫານ​ກະ​ບົດ IS ຢູ່​ໃກ້​ກັບ​ເທດ​ສະ​ບານ Garma ຖືກ IS ຍືດ​ຄອງ, ຫ່າງ​ຈາກ ແບດ​ແດດ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ປະ​ມານ 50 ກມ, ດັບ​ສູນ​ທະ​ຫານ​ກະ​ບົດໄດ້​ IS 12 ຄົນ. ໃນ​ຂະ​ນະ​ນັ້ນ, ທະ​ຫານ​ລັດ​ຖະ​ບານ ແລະ ກຳ​ລັງ​ທະ​ຫານ​ລາດ Hashd Shaadi ກໍ່​ດັບ​ສູນ​ທະ​ຫານ​ກະ​ບົດ​ຫົວ​ຮຸນ​ແຮງໄດ້ 25 ຄົນໃນ​ບັ້​ນ​ຮົບ​ຢູ່​ໃກ້​ກັບ​ເຂດ Tarmiyah, ຫ່າງ​ຈາກ​ແບດ​ແດດ​ໄປ​ທາງ​ທິດ​ເໜືອ​ປະ​ມານ 40 ກມ. ນອກ​ນັ້ນ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກໍ່​ໄດ້​ຍືດ​ຄອງ​ສາງ ອາ​ວຸດ​ໃຫຍ່ 2 ແຫ່ງ​ຢູ່ Abu Ghraid ແລະ ໃກ້​ກັບ​ເທດ​ສະ​ບານ Garma.


ຂ່າວ/ບົດ​ອື່ນ