ທ້າຍ​ເດືອນ​ກຸມ​ພາ 2021, ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 5 ລ້ານ ໂດ​ສ

(VOVWORLD) -ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການ ແລະ ປັດຈຸບັນໄດ້ປະຕິບັດສຳເລັດໂດຍພື້ນຖານລະບຽບການຮັບເອົາວັກຊິນກັນພະຍາດໂຄວິດ - 19 ຂອງ ກົນໄກ COVAX ທົ່ວໂລກ.
ທ້າຍ​ເດືອນ​ກຸມ​ພາ 2021, ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 5 ລ້ານ ໂດ​ສ - ảnh 1(ພາບປະກອບ: nhandan.com.vn)

ກ່າວຄຳເຫັນທີ່ກອງປະຊຸມຄະນະປະຈຳລັດຖະບານ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19  ກັບທ້ອງຖິ່ນຕ່າງໆ ໃນວັນທີ 15 ກຸມພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ: ກະຊວງສາທາລະນະສຸກ ຫວຽດນາມ ໄດ້ເປັນເຈົ້າການ ແລະ ປັດຈຸບັນໄດ້ປະຕິບັດສຳເລັດໂດຍພື້ນຖານລະບຽບການຮັບເອົາວັກຊິນກັນພະຍາດໂຄວິດ - 19 ຂອງ ກົນໄກ COVAX ທົ່ວໂລກ (COVAX facility). ທ້າຍເດືອນ ກຸມພາ ປີ 2021, ຖ້າຫາກວ່າສັບຊ້ອນຖ້ຽວບິນທັນເວລາ ແລະ ປະຕິບັດສຳເລັດລະບຽບການໄດ້ເປັນຢ່າງດີ, ຫວຽດນາມ ຈະຮັບເອົາວັກຊິນກັນພະຍາດໂຄວິດ - 19 ຈາກ 2 ແຫຼ່ງສະໜອງ, ນັ້ນແມ່ນ ກົນໄກ COVAX ທົ່ວໂລກ ດ້ວຍຈຳນວນ 4,88 ລ້ານໂດສ ແລະ ນຳເຂົ້າກວ່າ 117.000 ໂດສ.

        ກ່ອນໜ້ານັ້ນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສະເໜີ 2 ແບບວິທີສັກວັກຊິນກັນພະຍາດໂຄວິດ - 19. ທີໜຶ່ງແມ່ນ ສັກໃຫ້ແກ່ 2 ລ້ານຄົນ, ທີສອງແມ່ນ ສັກໃຫ້ແກ່ເປົ້າໝາຍບຸລິມະສິດ ຄື ກຳລັງຢູ່ແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດ ຈຳນວນກວ່າ 5 ລ້ານຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ