ທ່ານ Lu Olo ສືບ​ຕໍ່​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ Timor Leste

(VOVWORLD) - ປະທານາທິບໍດີ Lu Olo ໄດ້ປະກາດໃຊ້ລັດຖະບັນຍັດ ກຳນົດວັນເລືອກຕັ້ງຮອບທີ 1 ຈະຈັດຂຶ້ນໃນວັນທີ 13 ມີນາປີ 2022.
ທ່ານ Lu Olo ສືບ​ຕໍ່​ອອກ​ສະ​ໝັກ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ Timor Leste - ảnh 1

 ທ່ານ Lu Olo, ປະທານາທິບໍດີ Timor Leste ຄົນປະຈຸບັນ (ພາບ: ທຳນຽບປະທານາທິບໍດີ Timor Leste)

ວັນທີ 16 ມັງກອນ, ທ່ານ Lu Olo, ປະທານາທິບໍດີ Timor Leste ຄົນປະຈຸບັນໄດ້ປະກາດວ່າ ຈະອອກສະໝັກເລືອກຕັ້ງເປັນປະທານາທິບໍດີ Timor Leste ອາຍຸການ 2022-2027. ທ່ານປະທານາທິບໍດີ Lu Olo ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະມີການຊ່ວງເສັງ ແລະ ສືບຕໍ່ຮັກສາທີ່ນັ່ງປະທານາທິບໍດີ ທີ່ທ່ານໄດ້ຮັບຜິດຊອບໃນຕະຫຼອດ 5 ປີຜ່ານມາ. ທ່ານຢັ້ງຢືນວ່າ ທ່ານມີຄວາມສາມາດຢ່າງພຽງພໍ ເພື່ອສືບຕໍ່ການຕໍ່ສູ້ຕ້ານຄວາມຂາດຍຸດຕິທຳ, ໄພສໍ້ລາດບັງຫຼວງ ແລະ ຜະເດັດການຂອງປະເທດຊາດ, ຕອບສະໜອງຄວາມໄວ້ເນື້ອເຊື່ອໃຈຂອງ ປຊຊ ຕໍ່ສັງຄົມມີອະທິປະໄຕ.

ກ່ອນໜ້ານັ້ນ, ປະທານາທິບໍດີ Lu Olo ໄດ້ປະກາດໃຊ້ລັດຖະບັນຍັດ ກຳນົດວັນເລືອກຕັ້ງຮອບທີ 1 ຈະຈັດຂຶ້ນໃນວັນທີ 13 ມີນາປີ 2022. ຮອບທີ 2 ຈະຈັດຂຶ້ນພາຍຫຼັງຮອບທີ 1 ເປັນເວລາ 30 ວັນ ຕາມກົດໝາຍວ່າດ້ວຍການເລືອກຕັ້ງປະທານາທິບໍດີຂອງປະເທດນີ້. ປະຈຸບັນ, ມີຜູ້ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີ Timor Leste ອາຍຸການ 2022-2027  ລວມ 6 ທ່ານ .

ຕອບກັບ

ຂ່າວ/ບົດ​ອື່ນ