ທ່ານ Rishi Sunak - ນາ​ຍົກ​ລັດ​ຖະ​ມົນ​ຕີໜຸ່ມ​ທີ່​ສຸ​ດ​ຂອງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ໃນ​ກ່​ວາ 200 ປີ​ຜ່ານ​ມາ

(VOVWORLD) -ທ່ານ Rishi Sunak, ມີອາຍຸ 42 ປີ ຈະເປັນນາຍົກລັດຖະມົນຕີຄົນທີ 3 ຂອງອັງກິດໃນໄລຍະເວລາພຽງແຕ່ບໍ່ຮອດ 2 ເດືອນ, ພ້ອມທັງແມ່ນນາຍົກລັດຖະມົນຕີບໍ່ແມ່ນຄົນຜິວຂາວທຳອິດ ແລະ ນາຍົກລັດຖະມົນຕີໜຸ່ມທີ່ສຸດ ຢູ່ອັງກິດໃນໄລຍະເວລາກ່ວາ 200 ປີຜ່ານມາ. 
ທ່ານ Rishi Sunak - ນາ​ຍົກ​ລັດ​ຖະ​ມົນ​ຕີໜຸ່ມ​ທີ່​ສຸ​ດ​ຂອງ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ໃນ​ກ່​ວາ 200 ປີ​ຜ່ານ​ມາ - ảnh 1ທ່ານ Rishi Sunak ນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ (ພາບ: TTXVN)

ຕອນບ່າຍວັນທີ 24 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານ Graham Brady ປະທານຄະນະກຳມະການ 1922, ອົງການຕິດຕາມກວດກາການເລືອກຕັ້ງການນຳພັກນິຍົມຮັກສາເດີມຂອງ ອັງກິດ ໄດ້ຖະແຫຼງວ່າ ທ່ານ Rishi Sunak ອະດີດລັດຖະມົນຕີກະຊວງການເງິນ ອັງກິດ ກາຍເປັນການນຳພັກນິຍົມຮັກສາເດີມຂອງປະເທດນີ້. ສິ່ງນີ້ມີຄວາມໝາຍດຽວກັນກັບເລື່ອງທ່ານ Rishi Sunak ຈະກາຍເປັນນາຍົກລັດຖະມົນຕີຄົນທີ 57 ຂອງລາຊະອານາຈັກອັງກິດ. ກ່ອນໜ້ານັ້ນ, ຜູ້ສະໝັກຮັບເລືອກຕັ້ງເຊິ່ງເປັນຜູ້ແກ້ງແຍ້ງໜຶ່ງດຽວກັບທ່ານ Rishi Sunak ເຊິ່ງແມ່ນທ່ານນາງ Penny Mordaunt, ການນຳພັກນິຍົມຮັກສາເດີມຢູ່ສະພາຕ່ຳໄດ້ປະກາດຖອນຕົວອອກຈາກການເລືອກຕັ້ງ ແລະ ສະໜັບສະໜູນທ່ານ Rishi Sunak ດຳລົງຕຳແໜ່ງການນຳພັກນິຍົມຮັກສາເດີມ.

ແລະກໍ່ໃນວັນດຽວກັນ, ທ່ານ Rishi Sunak ຢັ້ງຢືນບຸລິມະສິດແຖວໜ້າຂອງທ່ານແມ່ນຮັບປະກັນເສດຖະກິດເປັນປົກກະຕິ, ຫຼັງຈາກນັ້ນແມ່ນປະຕິບັດບັນດາຄຳໝັ້ນສັນຍາຂອງພັກນິຍົມຮັກເດີມ ໃນການເລືອກຕັ້ງປີ 2019.

ທ່ານ Rishi Sunak, ມີອາຍຸ 42 ປີ ຈະເປັນນາຍົກລັດຖະມົນຕີຄົນທີ 3 ຂອງອັງກິດໃນໄລຍະເວລາພຽງແຕ່ບໍ່ຮອດ 2 ເດືອນ, ພ້ອມທັງແມ່ນນາຍົກລັດຖະມົນຕີບໍ່ແມ່ນຄົນຜິວຂາວທຳອິດ ແລະ ນາຍົກລັດຖະມົນຕີໜຸ່ມທີ່ສຸດ ຢູ່ອັງກິດໃນໄລຍະເວລາກ່ວາ 200 ປີຜ່ານມາ. ໃນຖານະຕຳແໜ່ງໃໝ່ນີ້, ທ່ານ Rishi Sunak ຈະມີຄວາມຮັບຜິດຊອບຢ່າງສູງໃນການນຳສະຖຽນລະພາບມາໃຫ້ປະເທດຊາດ ພາຍຫຼັງໄລຍະໜຶ່ງທີ່ຂາດສະຖຽນລະພາບດ້ານການເມືອງ ແລະ ວິກິດການດ້ານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ