ທ່ານ ຫງວຽນຊິງຮູ່ງ ລົງຢ້ຽມຢາມໂຄງການກໍ່ສ້າງໂຮງງານ ໄຟຟ້ານ້ຳຕົກ ເຊີນລາ

ທ່ານ ຫງວຽນຊິງຮູ່ງ ລົງຢ້ຽມຢາມໂຄງການກໍ່ສ້າງໂຮງງານ ໄຟຟ້ານ້ຳຕົກ ເຊີນລາ - ảnh 1
( ພາບ: http://nguyensinhhung.net/ )

ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເຊີນ​ລາ, ວັນ​ທີ 5/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ໄດ້​ລົງ​ຢ້ຽ​ມຢາມ, ອວຍພອນ​ປີ​ໃໝ່​ພະນັກງານ, ນັກ​ວິສະວະກອນ, ກຳມະກອນ ພວມ​ປະຕິບັດ​ງານ​ຢູ່​​ໂຄງການ​ກໍ່ສ້າງໂຮງງານ​ໄຟຟ້າ​ນ້ຳ​ຕົກ ​ເຊີນ​ລາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ໄດ້ຊົມ​ເຊີຍ​ເລື່ອງ​ໂຮງງານ​ໄຟຟ້າ​ນ້ຳ​ຕົກ​ເຊີນ​ລາ ກະຈາຍ​ໄຟຟ້າ​ໄດ້ 5,2 ຕື້ ກີ​​ໂລ​ວັດ ​ແລະ ຊົ​ມ​ເຊີຍຫ້ອງ​ເຄື່ອງ​ຈັກ​ເລກ 4 ກະຈາຍ​ໄຟຟ້າ​ສຳ​ເລັດ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ໂຄງການ​ແບບຢ່າງ​ ​ແລະ ໄດ້​ເຂົ້າສູ່​ປະຫວັດສາດ​ກ່ຽວ​ກັບ​ຄວາ​​ໄຫວ ​ແລະ ຄຸນ​ນະພາ​ບຂອງ​​ໂຄງການ, ​ເລື່ອງ​ສູ້​ຊົນ​ຮອດ​ທ້າຍ​ປີ 2012 ຈະ​ກໍ່ສ້າງ​ໂຮງງານ​ສຳ​ເລັດທັງ​ໝົດ, ​ໄວ​ກວ່າ​ກຳ​ນົດ​ເວລາທີ່​ສະພາ​ແຫ່ງ​ຊາດວາງ​ອອກ 3 ປີ​ນີ້​ຈະ​ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດ​​ແຕ່ລະ​ປີ 500 ລ້ານ USD ​ໃຫ້​ແກ່​ລັດ. ທ່ານ​ກ່າວ​ວ່າ:

“ນີ້​ແມ່ນ​​ໂຄງການສຳຄັນ​ຂອງ​ປະ​ເທດ​ຊາດ, ສະ​ແດງ​​ໃຫ້​ເຫັນນ້ຳ​ໃຈສ້າງ​ຄວາ​ມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ , ​ເສີມ​ຂະຫຍາຍ​ກຳລັງ​ພາຍ​ໃນ​ເພື່ອ​ຮັບ​​ເອົາກຳລັງ​ພາຍ​ນອກ​. ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ບໍລິຫານ, ອົ​ງການ​ທີ່​ປືກສາ​ການ​ອອກ​ແບບ, ບັນດາ​ນັກປະມູນ​ໃນ​ສະຖານ​ທີ່​ກໍ່ສ້າງ​ແມ່ນ​ແບບຢ່າງ​ຂອງ​ນ້ຳ​ໃຈ​ສາມັກ​ຄີ, ຮ່ວມ​ມື,​​​ສ້າງ​ຄວາ​ມ​ເຂັ້​​ມ​​ແຂງ​ດ້ວຍ​ຕົນ​ເອງ​ເພື່ອສ້າງສາ​ປະ​ເທດຊາດ. ​”

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ຊີ້​ແຈງ​ວ່າ ​ໂຄງການ​​ກໍ່ສ້າງ​ໂຮງງານໄຟ​ຟ້າ​ນ້ຳຕົກ ​ເຊີນ​ລາ ມີ​ກຳລັງ​ການ​ປ​ະລິດ​ໄພ​ຟ້າ 2.400 ​ເມ​ກາ​ວັດ ບໍ່​ພຽງ​ແຕ່​ສະໜອງ​ໄພ​ຟ້າ​ໃຫ້​ແກ່​ປະ​ເທດ​ຊາດ​ນັບຕື້ kwh ​ເທົ່າ​ນັ້ນຫາກ​ຍັງ​ມີ​ຜົນ​ປະ​ໂຫຍ​ດ​ໃຫຍ່​ຫຼວງ​ໃນ​ການດັດ​ປັບຊົນລະປະທານ, ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ ​ແລະ ປ້ອງ​ກັນ​ໄພ​ແຫ້ງແລງ​ໃຫ້​ທົ່ວ​ເຂດ​ທົ່ງພຍງທາງ​ພາກ​ເໜືອ.

​ເມື່ອ​ລົງ​ຢ້ຽມຢາມ, ອວຍພອນ​ປີ​ໃໝ່​ບັນດາ​ຄອບ​ຄົວ​ຢູ່​ເຂດ​ຕັ້ງ​ຖີ່ນຖານ​ຄົງ​ທີ່​ຄືນໃໝ່​ຈາກເຂື່ອນ​ໄພ​ຟ້າ​ນ້ຳຕົກ ​ເຊີນ​ລາ ຢູ່​ເມືອງ ທ້ວນ​ເຈົ້າ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸງ ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ການ​ກະ​ກ່ຽມຢ່ງລອບ​ຄອບ​ຖີ່​ຖ້ວນຂອງ​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ຂັ້ນຕ່າງໆ​ຂອງເມືອງ ທ້ວນ​ເຈົ້າ ​ໃນ​ການກໍ່​ສ້າງ​ເຂດ​ຕັ້ງ​ຖີ່ນຖານ​ໂຄງ​ທີ່​ຄືນ​ໃໝ່​ໃຫ້​ແກ່​ພໍ່​​ແມ່​ຊາວ​ຊົນ​ເຜົ່າຕ່າງໆ.
ຂ່າວ/ບົດ​ອື່ນ