ທ່ານ ໂຮ່​ດຶກ​ເຟິກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ຫົວ​ໜ້​າ​ເຂດ​ປົກ​ຄອງ​ພິ​ເສດ ຮົ່ງ​ກົງ (ຈີນ)

(VOVWORLD) - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດ ຫວຽດນາມ - ຈີນ ແລະ ໝາກຜົນຂອງການຢ້ຽມຢາມລະຫວ່າງການນຳຫວຽດນາມ ແລະ ຮົ່ງກົງ ຢ່າງມີປະສິດທິຜົນ
ທ່ານ ໂຮ່​ດຶກ​ເຟິກ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ຫົວ​ໜ້​າ​ເຂດ​ປົກ​ຄອງ​ພິ​ເສດ ຮົ່ງ​ກົງ (ຈີນ) - ảnh 1ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີ  ແລະ ທ່ານ ຫຼີຈາຈາວ ຫົວໜ້າເຂດປົກຄອງພິເສດ ຮົ່ງກົງ
(ພາບ: TTXVN)

ໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ຮົງກົງ (ຈີນ), ວັນທີ 19 ທັນວາ, ທ່ານ ໂຮ່ດຶກເຟີກ ຮອງນາຍົກລັດຖະມົນຕີ ໄດ້ພົບປະກັບທ່ານ ຫຼີຈາຈາວ ຫົວໜ້າເຂດປົກຄອງພິເສດ ຮົ່ງກົງ. ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຜັນຂະຫຍາຍຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງປະເທດຫວຽດນາມ - ຈີນ ແລະ ໝາກຜົນຂອງການຢ້ຽມຢາມລະຫວ່າງການນຳຫວຽດນາມ ແລະ ຮົ່ງກົງ ຢ່າງມີປະສິດທິຜົນ, ຈຸດສຸມແມ່ນ: ຍູ້ແຮງການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການສ້າງບັນດາຂອບເຂດການຮ່ວມມື, ເປີດກວ້າງ ແລະ ຍົກສູງຄຸນນະພາບ, ປະສິດທິຜົນໃນການຮ່ວມມືເສດຖະກິດການຄ້າ, ການລົງທຶນ, ການເງິນ; ຊຸກຍູ້ການຮ່ວມມືເຊື່ອມຕໍ່ຍຸດທະສາດ, ສົ່ງເສີມບັນດາວິສາຫະກິດຮົ່ງກົງລົງທຶນໃນຂົງເຂດເຊື່ອມຕໍ່ພື້ນຖານໂຄງລ່າງຂະໜາດໃຫຍ່, ນະວັດຕະກຳ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ຫັນປ່ຽນພະລັງງານ…


ຕອບກັບ

ຂ່າວ/ບົດ​ອື່ນ