ທ່ານທອງສິງທຳມະວົງ ຕ້ອນຮັບຄະນະເສດ ຖະກິດສູນກາງພັກ ກອມມູນິດຫວຽດນາມ


ທ່ານທອງສິງທຳມະວົງ ຕ້ອນຮັບຄະນະເສດ ຖະກິດສູນກາງພັກ ກອມມູນິດຫວຽດນາມ - ảnh 1

ທ່ານທອງສິງທຳມະວົງໃຫ້ການຕ້ອນຮັບທ່ານເວືອງດິງເຮ້ວ

 (ພາບ: baomoi.com)

(vovworld) –​​ວັນ​ທີ 25/9, ຢູ່​ຫ້ອງ​ວ່າການ​ລັດຖະບານ​ລາວ, ທ່ານ ນາຍົກລັດຖະມົນຕີ​ລາວ​ ທອງ​ສິງ ທຳ​ມະ​ວົງ ​ໄດ້​ໃຫ້ການ​ຕ້ອນຮັບ ຂອງຄະນະ​ຜູ້​ແທນ​ຂັ້ນສູງ​ຄະນະເສດຖະກິດ​ສູນ​ກາງພັກ​ກອມ​ມູນິດ​​ຫວຽດນາມ ​ໂດຍ​ທ່ານຫົວໜ້າ ​ເວື​ອງດິງ​ເຮ້ວ ນຳ​ໜ້າ. ທ່ານນາຍົກລັດຖະມົນຕີ​ລາວ​ ທອງ​ສິງ ທຳ​ມະ​ວົງ ​ໄດ້ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ປະຕິບັດ​ງານ​ຢູ່​ລາວ ​ຂອງ​ຄະນະ​ພ້ອມ​ທັງປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ,​ ຄະນະເສດຖະກິດ​ສູນ​ກາງພັກ​ກອມ​ມູນິດ​​ຫວຽດນາມ ​ແລະ ຄະນະ​ຄົ້ນຄ້ວາຍຸ​ດທະ​ສາດ​ພັດທະນາ​ເສດຖະກິດ​ລາວ​ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ຊື່​ງສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້ມູນຂ່າວສານ, ​ແບ່ງປັນ​ບົດຮຽນ​ດ້ານ​ວິ​ຊາສະ​ເພາະ​ຮັບ​ໃຊ້​ໃຫ້​ແກ່​ການຄົ້ນຄ້ວາ​ພັດທະນາ​ເສດຖະກິດ, ຮັບ​ໃຊ້​ວຽກ​ງານ​ຊີ້​ນຳ​ນຳພາ​ຂອງ​ແຕ່​ລະ​ພັກ​ພ້ອມ​ທັງ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່ເປັນ​ມູນ​ເຊື້ອ, ນ້ຳ​ໃຈ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ-​ລາວ​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ.

   ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ຄະນະ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັບຄະນະ​ຄົ້ນຄ້ວາຍຸ​ດທະ​ສາດ​ພັດທະນາ​ເສດຖະກິດ​ລາວ​ ​ໂດຍ​ທ່ານ​ຫົວໜ້າ​ບົວ​ສອນ ບຸບຜາ​ວັນ ນຳ​ໜ້າ; ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບົດຮຽນຕົວ​ຈິງ​ເພື່ອ​ແນ​ໃສ່ນຳ​ໃຊ້​ເຂົ້າ​ໃນ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ຂອງ​ແຕ່ລະ​ປະ​ເທດ​ຕາມ​ແຕ່ລະ​ໄລຍະ ​ແລະ ວິ​ໄສ​ທັດ​ຮອດ​ປີ 2030./.

ຂ່າວ/ບົດ​ອື່ນ