ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຟອງດ່ຽນ, ເກີນເທີ

(VOVWORLD) - ຕອນເຊົ້າວັນທີ 27 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ນະຄອນ ເກີນເທີ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງກ່ອນທີ່ຈັດກອງປະຊຸມສະໄໝສາມັນຄັ້ງທີ 4, ສະພາແຫ່ງຊາດຊຸດທີ 14, ຢູ່ຕາແສງ ເຕີນເທີຍ, ເມືອງ ຟອງດ່ຽນ. 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ຟອງດ່ຽນ, ເກີນເທີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ

ບັນດາບັນຫາກ່ຽວກັບຊີວິດສັງຄົມ, ນະໂຍບາຍ ໄດ້ຮັບຫຼາຍຄຳເຫັນຈາກຜູ້ມີສິດເລືອກຕັ້ງ. ໃນນັ້ນ, ເມື່ອຕອບຄຳຖາມກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ທ່ານນາງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ພັກ, ລັດໄດ້ສະແດງຄວາມຕັດສິນໃຈການເມືອງກໍ່ຄືຄວາມຕັດສິນໃຈໃນວຽກງານນີ້; ມີຫຼາຍຄະດີໄດ້ນຳມາຂຶ້ນສານພິພາກສາ. ທີ່ກອງປະຊຸມສະໄໝສາມັນຈະມາເຖິງ, ສະພາແຫ່ງຊາດຈະປັບປຸງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ສຳລັບບັນດາຄະດີເຮັດໃຫ້ ເງິນທຶນຮົ່ວໄຫຼພັນໆຕື້ດົ່ງນັ້ນ, ລັດຖະບານໄດ້ຊີ້ນຳການກວດກາ ເພື່ອລາຍງານຕໍ່ສະພາແຫ່ງຊາດ. ຄະນະກຳມະການກວດກາສູນກາງ ໄດ້ ແລະ ພວມປະຕິບັດການກວດກາ, ປັບໄໝລົງໂທດສຳລັບບັນດາສະມາຊິກພັກກ່ຽວຂ້ອງເຖິງການສໍ້ລາດບັງຫຼວງ. ກ່ຽວກັບວຽກງານຮິບໂຮມຊັບສິນສໍ້ລາດບັງຫຼວງ, ທ່ານນາງປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ບັນດາອົງການກ່ຽວຂ້ອງປະຕິບັດບົນຫຼັກການພະຍາຍາມຮິບໂຮມຊັບສິນໄດ້ຫຼາຍທີ່ສຸດ…

        ໃນການໄປປະຕິບັດງານຢູ່ ເກີນເທີ, ທ່ານນາງຮອງປະທານສະພາແຫ່ງຊາດ ແລະ ການນຳນະຄອນ ໄດ້ລົງສູນປະຕິບັດວຽກງານສັງຄົມນະຄອນໂຮ່ຈີມິນ, ມອບຂອງຂວັນໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງໃນໂອກາດບຸນໄຫວ້ພະຈັນວັນເພັງເດືອນ 8.

ຕອບກັບ

ຂ່າວ/ບົດ​ອື່ນ