ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ແຂວງ ດົ່ງທ໊າບ

(VOVWORLD) -  ໃນການປະຕິບັດງານຢູ່ແຂວງ ດົ່ງທ໊າບ, ຕອນເຊົ້າວັນທີ 04 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມສະມາຄົມ ທ້ວນເຕິນ, ຕາແສງ ເຕິນທ້ວນໄຕ; ສະຫະກອນ ຊ່ວາຍໝີເຊືອງ, ນະຄອນ ກາວແຫຼ໋ງ.

        ສະມາຄົມ ທ້ວນເຕິນ ໄດ້ຮັບການສ້າງຕັ້ງນັບແຕ່ປີ 2017 ດ້ວຍສະມາຊິກ 100 ຄົນ, ແມ່ນຮູບແບບດຳເນີນຊີວິດໂດຍສະໝັກໃຈ, ເຕົ້າໂຮມບັນດາຊາວກະສິກອນປູກໝາກມ່ວງ ແລະ ຕົ້ນໄມ້ປະດັບຂອງຕາແສງ ເຕິນທ້ວນໄຕ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດ​ວຽກ​ຢູ່ແຂວງ ດົ່ງທ໊າບ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ລົງຢ້ຽມຢາມແຂວງ ດົ່ງທ໊າບ

        ຕີລາຄາຄສູງປະສິດທິຜົນຂອງຮູບແບບສະມາຄົມ ທ້ວນເຕິນ, ທ່ານນາງປະທານສະພາແຫ່ງຊາດເນັ້ນໜັກວ່າ: ກະສິກຳ, ຊົນນະບົດ ແລະ ຊາວກະສິກອນ ແມ່ນໜຶ່ງໃນບັນດາສິ່ງສຳຄັນ ເພື່ອກໍ່ສ້າງ ແລະ ພັດທະນາປະເທດຊາດ; ພ້ອມທັງຢືນຢັນຮູບແບບຂອງ ດົ່ງທ໊າບ ແມ່ນຮູບແບບທີ່ປະສົບຜົນສຳເລັດ ເຊິ່ງແຂວງອື່ນຄວນຮ່ຳຮຽນ. ສະພາແຫ່ງຊາດກໍ່ຈະມີບັນດາໂຄງການຮ່ວມແຮງຮ່ວມໃຈກັບລັດຖະບານ, ທ້ອງຖິ່ນເພື່ອໂຄສະນາຮູບແບບນີ້ ແລະ ໜູນຊ່ວຍດ້ວຍບັນດາແຜນນະໂຍບາຍ, ນະໂຍບາຍໃນມະຕິ.

ແລະໃນຕອນບ່າຍວັນທີ 04 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການເຮັດວຽກກັບການນຳແຂວງ ດົ່ງທ໊າບ, ນະທີ່ນີ້, ທ່ານນາງ ຫງວຽນທິກິມເງິນ ໄດ້ຕີລາຄາສູງບັນດາໝາກຜົນແຫ່ງການພັດທະນາເສດຖະກິດ, ສັງຄົມຂອງແຂວງ ດ້ວຍບັນດາຈິນຕະນາການປ່ຽນແປງໃໝ່, ມີລັກສະນະບຸກທະລຸ.

ຕອບກັບ

ຂ່າວ/ບົດ​ອື່ນ