ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບ,ເຈລະຈາກັບປະທານສະພາແຫ່ງຊາດມຽນມາ

(VOVWORLD) -ພິທີຕ້ອນຮັບທ່ານປະທານສະພາສູງ, ທັງເປັນປະທານສະພາແຫ່ງຊາດມຽນມາ Mahn Win Khaing Than ຖືກດຳເນີນໃນຕອນເຊົ້າວັນທີ 15 ພຶດສະພາ ຢູ່ຫໍສຳນັກງານສະພາແຫ່ງຊາດຢ່າງສົມກຽດ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. 

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບ,ເຈລະຈາກັບປະທານສະພາແຫ່ງຊາດມຽນມາ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ

ເຈລະຈາກັບປະທານສະພາແຫ່ງຊາດມຽນມາ)

ກ່າວຄຳເຫັນທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ, ສະພາແຫ່ງຊາດຫວຽດນາມ ປາດຖະໜາວ່າ 2 ລັດ ຕັ້ງໜ້າສືບຕໍ່ປະຕິບັດບັນດາເນື້ອໃນຂອງຖະແຫຼງການຮ່ວມລະຫວ່າງຫວຽດນາມ ແລະ ມຽນມາ; ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ 2 ປະເທດເພີ່ມທະວີການຮ່ວມມືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ… ຫວຽດນາມ ສົ່ງເສີມບັນດາອົງການປະຕິບັດກົດໝາຍ 2 ປະເທດຕັ້ງໜ້າສົມທົບກັນຕໍ່ສູ້ກັບບັນດາສ່ວນບຸກຄົນ, ອົງການສວຍໃຊ້ບໍລິເວນຂອງປະເທດນີ້ເພື່ອຕ້ານຄືນປະເທດອື່ນ; ສະເໜີ 2 ຝ່າຍສ້າງຕັ້ງກົນໄກ “ເຈລະຈານະໂຍບາຍປ້ອງກັນຊາດ” ຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກົນໄກ “ກຸ່ມປະຕິບັດວຽກງານລວມ” ໂດຍໄວ. ກ່ຽວກັບການພົວພັນດ້ານເສດຖະກິດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ, ສະພາແຫ່ງຊາດມຽນມາ ພ້ອມກັນສົມທົບຕິດຕາມກວດກາເພື່ອຊຸກຍູ້, ເຮັດໃຫ້ການພົວພັນດ້ານການຄ້າ, ການລົງທຶນ 2 ຝ່າຍເລິກເຊິ່ງກວ່າ. ຫວຽດນາມ ປາດຖະໜາມຽນມາ ສືບຕໍ່ສົມທົບທັດສະນະ, ຫຼັກໝັ້ນໃນການແກ້ໄຂບັນດາບັນຫາສຳຄັນຂອງພາກພື້ນ, ຊຸກຍູ້ສັນຕິພາບ, ສະທຽນລະພາບ, ຄວາມສະຫງົບປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ກໍ່ຄືການຄ້າບໍ່ຖືກກີດຂວາງໃນພາກພື້ນ, ພິເສດແມ່ນຢູ່ທະເລຕາເວັນອອກ; ສະໜັບສະໜູນການຜັນຂະຫຍາຍຢ່າງຄົບຖ້ວນ ແລະ ມີປະສິດທິຜົນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຮ່ວມມື, ຊຸກຍູ້ການລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໂດຍໄວຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ