ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ

(VOVWORLD) -  ຢູ່ນອກກອງປະຊຸມສະມັດຊາໃຫ່ຍ ລັດຖະສະພາອາຊຽນ ຄັ້ງທີ 40 (AIPA 40), ໃນຕອນບ່າຍວັນທີ 26 ສິງຫາ, ທີ່ ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານ SamdechHengSamrinປະທານສະພາແຫ່ງຊາດກຳປູເຈຍ.

      ທີ່ການພົບປະແລກປ່ຽນຄຳຄິດເຫັນ, ປະທານສະພາແຫ່ງຊາດທັງສອງທ່ານພ້ອມກັນຖືວ່າສະພາແຫ່ງຊາດສອງປະເທດໃນໄລຍະຜ່ານມາໄດ້ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງທີ່ມີປະສິດທິຜົນແລະມີຄຸນນະພາບ. ສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດກຳປູເຈຍໄດ້ຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນໃນບັນດາເວທີປາໄສລັດຖະສະພາ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະແລກປ່ຽນຄຳຄິດຄຳເຫັນກັບ ທ່ານ ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ - ảnh 1ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມພົບປະແລກປ່ຽນຄຳຄິດເຫັນກັບທ່ານ SamdechHengSamrinປະທານສະພາແຫ່ງຊາດກຳປູເຈຍ

    ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນສະເໜີຕໍ່ທ່ານປະທານສະພາແຫ່ງຊາດກຳປູເຈຍຊີ້ນຳສະພາແຫ່ງຊາດກຳປູເຈຍ ເອົາໃຈໃສ່ ແລະສ້າງເງື່ອນໄຂ ຈັດຕັ້ງບັນດາກອງປະຊຸມກ່ຽວກັບສະມາຊິກລັດຖະສະພາໜຸ່ມ, ພົບປະແລກປ່ຽນມິດຕະພາບລະຫວ່າງ ສະມາຊິກລັດຖະສະພາສອງປະເທດປະຈຳປີ 2019, ກອງປະຊຸມສະມາຊິກລັດຖະສະພາແຫ່ງຊາດເພດຍິງສອງປະເທດໃນປີ 2020. ຕີລາຄາສູງສອງປະເທດ ມານະພະຍາຍາມປະຕິບັດສຳເລັດ 84% ວຽກງານຂີດຂັ້ນເຂດປັກຫຼັກໝາຍຊາຍແດນແລະ ພວມດຳເນີນຂັ້ນຕອນລະບຽບການທາງດ້ານນິຕຳກຳເພື່ອຮັບຮອງຜົນສຳເລັດດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນສະເໜີໃຫ້ສອງຝ່າຍມານະພະຍາຍາມເຮັດສຳເລັດສ່ວນທີ່ຍັງເຫຼືອ 16% ນັ້ນໂດຍໄວເພື່ອສ້າງເງື່ອນໄຂສະດວກເຂົ້າໃນວຽກງານກໍ່ສ້າງເຂດຊາຍແດນ ລະຫວ່າງ ສອງປະເທດໃຫ້ກາຍເປັນຂົງເຂດທີ່ມີສະຖຽນລະພາບ, ສັນຕິພາບແລະພັດທະນາ.

        ທ່ານປະທານສະພາແຫ່ງຊາດກຳປູເຈຍSamdechHengSamrinກໍ່ໄດ້ຢັ້ງຢືນວ່າ: ສະພາຕ່ຳ, ສະພາສູງກຳປູເຈຍຈະສະໜັບສະໜູນຫວຽດນາມໃນການດຳລົງຕຳແໜ່ງເປັນປະທານກອງປະຊຸມAIPAຄັ້ງທີ 41. ທ່ານປະທານສະພາແຫ່ງຊາດກຳປູເຈຍ ເຊື່ອໝັ້ນວ່າກອງປະຊຸມສະມັດຊາໃຫ່ຍ AIPA ຄັ້ງທີ 41 ໂດຍການເປັນເຈົ້າພາບຂອງຫວຽດນາມ ໃນປີ 2020 ນີ້ ຈະປະສົບຜົນສຳເລັດຢ່າງຈົບງາມ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ