ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ເຈລະຈາກັບນາຍົກລັດຖະມົນຕີ ແດນມາກ

(VOVWORLD) - ລັດຖະບານ ແດນມາກ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນນາມ - ເຊິ່ງແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ແດນມາກ ຢູ່ພາກພື້ນອາຊີ - ປາຊີຟິກ
ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ເຈລະຈາກັບນາຍົກລັດຖະມົນຕີ ແດນມາກ - ảnh 1 ທີ່ການເຈລະຈາ
(ພາບ: TTXVN)

        ວັນທີ 21 ພະຈິກ, ຢູ່ຫ້ອງວ່າການນາຍົກລັດຖະມົນຕີ, ທີ່ນະຄອນຫຼວງ Copenhagen, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໄດ້ຕ້ອນຮັບທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊວັນ ແລະ ພ້ອມກັບຮອງປະທານປະເທດ ເປັນປະທານການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງຂອງ 2 ປະເທດ.

        ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ແດນມາກ Mette Frederiksen ໃຫ້ຮູ້ວ່າ, ລັດຖະບານ ແດນມາກ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານກັບ ຫວຽດນນາມ - ເຊິ່ງແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງ ແດນມາກ ຢູ່ພາກພື້ນອາຊີ - ປາຊີຟິກ, ໂດຍສະເພາະແມ່ນດ້ານການຄ້າ - ການລົງທຶນ; ທ່ານປາດຖະໜາຢາກປັບປຸງ, ຍູ້ແຮງການພົວພັນດ້ານເສດຖະກິດ, ສິ່ງແວດລ້ອມ - ດິນຟ້າອາກາດ - ພະລັງງານ, ການພັດທະນາສີຂຽວລະຫວ່າງ 2 ປະເທດຫຼາຍກວ່າເກົ່າ. ທ່ານເຊື່ອໝັ້ນວ່າ, ໃນຂອບເຂດຄູ່ຮ່ວມມືຍຸດທະສາດສີຂຽວທີ່ຫາກໍ່ສ້າງຕັ້ງນັ້ນ ຈະສ້າງກຳລັງໜູນໃໝ່ເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາບັນລຸປະສິດທິຜົນ, ພິເສດແມ່ນໃນຂົງເຂດພັດທະນາແບບຍືນຍົງ ແລະ ການຫັນເປັນສີຂຽວ.

        ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊວັນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືຄູ່ຮ່ວມມືຮອບດ້ານກັບ ແດນມາກ, ທ່ານນາງສະເໜີໃຫ້ລັດຖະບານ ແດນມາກ ຈົ່ງກະຕຸກຊຸກຍູ້ໃຫ້ສະພາແຫ່ງຊາດບັນດາປະເທດສະມາຊິກສະຫະພາບ ເອລົບ (ອີຢູ) ທີ່ຍັງເຫຼືອ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ອີຢູ - ຫວຽດນາມ (EVIPA), ສະໜັບສະໜູນເລື່ອງຄະນະກຳມະການເອີລົບ (ອີຊີ) ຍົກເລີກ “ບັດເຫຼືອງ” IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ