ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແອດສະປາຍ

ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ແອດສະປາຍ - ảnh 1
ທ່ານ​​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ ຫງວຽນ​ທິກິມ​ເງິນ
(ພາບປະກອບ)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຈາກການ​ນຳ​ສະພາ​ແຫ່ງ​ຊາດ ​ແອດ​ສະ​ປາຍ, ທ່ານ​​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ​ ຫງວຽນ​ທິກິມ​ເງິນ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແອດ​ສະ​ປາຍ ​ໃນ​ລະຫວ່າງ​ວັນ​ທີ 07 – 11 ກັນຍາ. ວັນ​ທີ 09 ກັນຍາ, ຢູ່​ນະຄອນຫຼວງ ມາ​ດິດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ມີ​ການພົບ​ປະ​ເຈລະຈາກັບ​ທ່ານນາງ​ຮອງ​ປະທານ​ຜູ້​ທີ​ໜຶ່ງ​ສະພາ​ຕໍ່າແອດ​ສະ​ປາຍ Celia Vilalobos ​ແລະ ທ່ານ​ຮອງ​ປະ​ທານ​ສະພາ​ສູງ​ແອດ​ສະ​ປາຍ Juan Jose Lucas. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ ຫວຽດນາມ ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ແອດ​ສະ​ປາຍ ​ເປັນ​ສຳຄັນ. ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ແອດ​ສະ​ປາຍ ​ເວົ້າ​ລວມ ​ແລະ ​ສະພາ​ແຫ່ງ​ຊາດ​​ແອດ​ສະ​ປາຍ ​ເວົ້າ​ສະ​ເພາະ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮັກສາ​ການ​ພົບ​ປະ​ດ້ານ​ການ​ເມືອງ ​ແລະ ປາດ​ຖະໜາ​ວ່າ ​ແອດ​ສະ​ປາຍ ຈະ​ປະກອບສ່ວນ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ - ສະຫະພາບ​​ເອີ​ລົບ (EU); ປາດ​ຖະໜາ​ບັນດາ​ວິ​ສາ​ຫະກິດ​ແອດ​ສະ​ປາຍ ​ເພີ່ມ​ທະວີ​ການ​ຊອກ​ຫາ​ກາລະ​ໂອກາດ​ຮ່ວມ​ມື, ລົງທຶນ​ຍາວ​ນານ​ຢູ່​ຫວຽດນາມ; ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ວັດທະນະທຳ, ການທ່ອງທ່ຽວ. ການ​ນຳ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ຊາດ ຫວຽດນາມ - ​ແອດ​ສະ​ປາຍ ໄດ້​ຮັບ​ບັນດາ​ຜົນສຳ​ເລັດ​ໃໝ່.

ຂ່າວ/ບົດ​ອື່ນ