ທ່ານນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບລັດຖະມົນຕີກະຊວງສັງຄົມກຳປູເຈຍ

ທ່ານນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບລັດຖະມົນຕີກະຊວງສັງຄົມກຳປູເຈຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບທ່ານ Ith Samheng ລັດຖະມົນຕີ​ກະຊວງ​ສັງຄົມ​ກຳປູ​ເຈຍ
ພາບ: TTXVN


(vovworld) - ວັນ​ທີ 14/9 ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບທ່ານ Ith Samheng ລັດຖະມົນຕີ​ກະຊວງ​ສັງຄົມ​, ນັກຮົບ​ເກົ່າ ​ແລະ ຊ່ວຍເຫລືອ ຊາວ​ຫນຸ່ມ ກຳ​ປູ​ເຈຍ ​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​​ແທດຈິງ, ມີ​ຄວາມ​ໝາຍຫລາຍ​ເພື່ອຂຳ່ນັບ​ຮັບ​ຕ້ອນ​ການ​ສະ​ເຫລີ​ມສະຫລອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ຮອງນາຍົກລັດຖະມົນຕີ Nguyen Xuan Phuc ສະ​ເຫ​ນີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ກະຊວງ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສອງ​ປະ​ເທດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ນັກ​ຊ່ຽວຊານ​, ຄະນະ​ປະຕິບັດ​ງາ​ນ​ເພື່ອ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ​ບຳບັດ​ຢາ​ເສບ​ຕິດ, ​ຊ່ວຍໃຫ້​ຜູ້​ຕິດ​ຢາ​ເສບ​ຕິດກັບຕົວກັບໃຈ, ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ເຊື້ອ HIV ​ໂລກ AIDS, ສົ່ງ​ເສີມ​ບັນດາ​ແຂວງ​ມີ​ຊາຍ​ແດນ​ຮ່ວມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ສອນ​ວິຊາ​ຊີບ, ປິ່ນປົວ​ພະຍາດ​ໃຫ້​ຜູ້​ທຸກ​ຍາກ.

 

ຂ່າວ/ບົດ​ອື່ນ