ທ່ານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕ​ີ ກ​ຳ​ປູ​ເຈຍ ປາດ​ຖະ​ໝາ​ຢາ​ກ​ຊຸກ​ຍູ​້ກ​ານ​ພັດ​ທະ​ນາ​ການ​ຄ້າ​ກັບ ຫວ​ຽດ​ນາມ

(VOVWORLD) -   ວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ສະແດງ ຄວາມປາດຖະໜາຢາກຊຸກຍູ້ການພັດທະນາຂອບຂະໜາດການຄ້າລະຫວ່າງ ກຳປູເຈຍ ແລະ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມ​ົ​ນ​ຕ​ີ ກ​ຳ​ປູ​ເຈຍ ປາດ​ຖະ​ໝາ​ຢາ​ກ​ຊຸກ​ຍູ​້ກ​ານ​ພັດ​ທະ​ນາ​ການ​ຄ້າ​ກັບ ຫວ​ຽດ​ນາມ - ảnh 1ທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen (ພາບ: ນັກຂ່າວ VOV ປະຈຳ ກຳປູເຈຍ)

ໃນການຕ້ອນຮັບທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ທີ່ຫາກໍໄດ້ຮັບການແຕ່ງຕັ້ງໄປປະຈຳຢູ່ ກຳປູເຈຍ ເຂົ້າຢ້ຽມຂ່ຳນັບຢູ່ຫໍສັນຕິພາບ, ນະຄອນຫຼວງພະນົມເປັນ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ກ່າວວ່າ ຫວຽດນາມ ແລະ ກຳປູເຈຍ ຄວນເພີ່ມທະວີການພົວພັນການຄ້າ ແລະ ມຸ່ງໄປເຖິງສັນຍາ 2 ຝ່າຍວ່າດ້ວຍກະສິກຳ, ໂດຍສະເພາະແມ່ນບັນດາຂົງເຂດຜະລິດກະສິກຳຢູ່ເຂດຊາຍແດນ. ທ່ານ Hun Sen ໃຫ້ຮູ້ວ່າບັນດາການເຄື່ອນໄຫວການຄ້າລະຫວ່າງ 2 ປະເທດຍັງໄດ້ຮັບການຮັກສາ ແລະ ມີລັກສະນະເພີ່ມເຕີມໃຫ້ກັນດ້ວຍລະດັບການເຕີບໂຕທີ່ເປັນໜ້າຮັບຮູ້ໃນສະພາບການໂລກລະບາດໂຄວິດ - 19. ທ່ານ Hun Sen ກໍສະເໜີໃຫ້ 2 ປະເທດເຊື່ອມຕໍ່ສາຍການບິນໂດຍກົງ.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນຮູຍຕັງ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມທີ່ສຸດເພື່ອເສິີມສ້າງສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃຫ້ນັບມື້ນັບພັດທະນາ, ໂດຍສະເພາະແມ່ນໃນບັນດາຂົງເຂດຄື: ການເມືອງ, ການທູດ, ການປ້ອງກັນຊາດ, ການຄ້າ, ເສດຖະກິດ, ກະສິກຳ, ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ອື່ນໆ.

ຕອບກັບ

ຂ່າວ/ບົດ​ອື່ນ