ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ສືບ​ຕໍ່​ເພີ່ມ​ທະ​ວ​ີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ວັນທີ 7 ພະຈິກ 2021, ຫ້ອງວ່າການລັດຖະບານ ຫາກໍ່ອອກປະກາດໂທລະເລກທາງການ ສົ່ງຄຳເຫັນຊີ້ນຳຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ເພີມທະວີການປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຊີ້​ນຳ​ສືບ​ຕໍ່​ເພີ່ມ​ທະ​ວ​ີ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳການປະຕິບັດມະຕິເລກທີ 128 ລົງໃນວັນທີ 11 ເດືອນຕຸລາ ປີ 2021 ຂອງ ລັດຖະບານຢ່າງເຂັ້ມງວດ ກ່ຽວກັບການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ; ຊີ້ນຳ, ແນະນຳຄະນະຊີ້ນຳ, ປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢູ່ທຸກຂັ້ນ ກະກຽມວິທີການ, ແຜນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນ ຢ່າງມີໄຫວພິບ, ມີວິທະຍາສາດ, ມີປະສິດທິຜົນ. ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຊີ້ນຳຍົກສູງກຳລັງຄວາມສາມາດລະບົບສາທາລະນະສຸກ, ເປັນຕົ້ນແມ່ນສາທາລະນະສຸກຂັ້ນຮາກຖານ, ພາຍຫຼັງໄດ້ຮັບວັກຊິນຕ້ອງຈັດຕັ້ງການສັກວັກຊິນໂດຍໄວ, ທັນການ ແລະ ມີປະສິດທິຜົນ. ບັນດາກະຊວງ, ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດ, ຄະນະກຳມະການປະຊາຊົນທຸກຂັ້ນຕ້ອງເພີ່ມທະວີການກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບັນດາອົງການ, ໜ່ວຍງານ, ອົງການຈັດຕັ້ງ, ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ