ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຖວ​ໜ້າ​ ຈີນ

(VOVWORLD) - ຕອນຄ່ຳວັນທີ 09 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ, ວິສາຫະກິດເອກະຊົນໃຫຍ່ຂອງ ຈີນ ໃນຂົງເຂດການລົງທຶນ, ກໍ່ສ້າງ, ບໍລິຫານ ແລະ ຄຸ້ມຄອງພື້ນຖານໂຄງລ່າງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແຖວ​ໜ້າ​ ຈີນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ ແຢນຈ້ຽວເຂືອ, ຜູ້ກໍ່ຕັ້ງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຕີລາຄາສູງກຸ່ມບໍລິສັດກໍ່ສ້າງ ປາຊີຟິກ ໄລຍະຜ່ານມາ ໄດ້ເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງສຳຄັນຢູ່ ຮ່າໂນ້ຍ ດ້ວຍບົດບາດເປັນຜູ້ຮັບເໝົາ ແລະ ຊົມເຊີຍຂໍ້ລິເລີ່ມຂອງກຸ່ມບໍລິສັດຕໍ່ກັບການເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່ຢູ່ ຫວຽດນາມ ໃນໄລຍະຈະມາເຖິງ; ສະເໜີກຸ່ມບໍລິສັດຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງແໜ້ນແຟ້ນດ້ວຍບັນດາກິດຈະກຳ, ຜະລິດຕະພັນລະອຽດ, ດີເດັ່ນຕິດພັນກັບການຖ່າຍທອດເຕັກໂນໂລຢີ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ສາຍພົວພັນສອງປະເທດ.

        ສ່ວນທ່ານ ແຢນຈ້ຽວເຂືອ ໃຫ້ຮູ້ວ່າ ກຸ່ມບໍລິສັດ ປາຊີຟິກ ໄດ້ຮັບເໝົາ ແລະ ພວມຜັນຂະຫຍາຍ 3 ໂຄງການໃຫຍ່ຢູ່ ຮ່າໂນ້ຍ; ພ້ອມທັງສະແດງຄວາມປາດຖະໜາຢາກເຂົ້າຮ່ວມບັນດາໂຄງການພື້ນຖານໂຄງລ່າງໃຫຍ່, ສືບຕໍ່ຮ່ວມມືຍາວນານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ