ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ພົບປະກັບ ກະສັດ ບຣູໄນ Haji Hassanal Bolkiah

(VOVWORLD) - ຕອນເຊົ້າວັນທີ 24 ເມສາ, ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມີງຈີງ ໄດ້ມີການພົບປະກັບ ກະສັດ ບຣູໄນ Haji Hassanal Bolkiah.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ພົບປະກັບ ກະສັດ ບຣູໄນ Haji Hassanal Bolkiah - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ພົບປະກັບ ກະສັດ ບຣູໄນ Haji Hassanal Bolkiah (ພາບ: VOV)

ກະສັດ ບຣູໄນ ຕີລາຄາສູງ ຜົນງານ ຂອງ ຫວຽດນາມ ໃນການປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19 ແລະການພັດທະນາເສດຖະກິດສັງຄົມ ກໍ່ຄືບັນດາຜົນງານການຕ່າງປະເທດພົ້ນເດັ່ນຂອງຫວຽດນາມ, ໃນນັ້ນ ມີເລື່ອງປະຕິບັດບົດບາດ ປະທານ ອາຊຽນ 2020 ສຳເລັດຜົນ ດ້ວຍຫລາຍຂໍ້ລິເລີ່ມປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະການພັດທະນາຂອງ ອາຊຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີງ ອວຍພອນ ບຣູໄນ ຄວບຄຸມໂລກລະບາດເປັນຢ່າງດີ, ສ້າງເງື່ອນໄຂໃຫ້ແກ່ການຟື້ນຟູ ແລະພັດທະນາເສດຖະກິດ ໄລຍະຫລັງໂຄວິດ 19 ແລະເນັ້ນຫນັກວ່າ: ຫວຽດນາມຖືການພົວພັນກັບ ບຣູໄນ ເປັນສຳຄັນ ພ້ອມທັງຢັ້ງຢືນວ່າ ຫວຽດນາມສະຫນັບສະຫນູນ ບົດບາດປະທານ ອາຊຽນ 2021 ຂອງ ບຣູໄນ.

ຕອບກັບ

ຂ່າວ/ບົດ​ອື່ນ