ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ຄະ​ນະ​ກຳ​​ມາ​ທິ​ການ​ແມ່​ນ້ຳ​ຂອງ ສາ​ກົນ ຄັ້ງ​ທີ 4

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ຕອນແລງວັນທີ 4 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງ ສາກົນຄັ້ງທີ 4, ເຊິ່ງຖືກຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມສຸດຍອດ ຄະ​ນະ​ກຳ​​ມາ​ທິ​ການ​ແມ່​ນ້ຳ​ຂອງ ສາ​ກົນ ຄັ້ງ​ທີ 4 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບປະກອບ: VOV)

ກອງປະຊຸມມີການເຂົ້າຮ່ວມຂອງນາຍົກລັດຖະມົນຕີບັນດາປະເທດສະມາຊິກ, ລວມມີ: ຫວຽດນາມ, ກຳປູເຈຍ, ລາວ ແລະ ໄທ, ຜູ້ຕາງໜ້າບັນດາຄູ່ເຈລະຈາຂອງຄະນະກຳມາທິການ ນັ້ນແມ່ນ ຈີນ ແລະ ມຽນມາ, ບັນດາຄູ່ຮ່ວມມືພັດທະນາ, ບັນດາອົງການຈັດຕັ້ງສາກົນພາຍໃນ ແລະ ນອກພາກພື້ນແມ່ນ້ຳຂອງ. ທີ່ກອງປະຊຸມ, ນາຍົກລັດຖະມົນຕີບັນດາປະເທດ ຈະປຶກສາຫາລືກ່ຽວກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ກໍຄືກາລະໂອກາດພັດທະນາຂອງເຂດອ່າງແມ່ນ້ຳຂອງ, ພ້ອມກັບກຳນົດທິດບຸລິມະສິດແກ່ການພັດທະນາແບບຍືນຍົງຂອງເຂດອ່າງແມ່ນ້ຳຂອງ, ຍົກອອກຄຳຊີ້ນຳຍຸດທະສາດໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງສາກົນທີ່ມີຕໍ່ການເຄື່ອນໄຫວດ້ານວິຊາການ ແລະ ການຮ່ວມມື ແລະ ຄູ່ຮ່ວມມື.

        ກອງປະຊຸມມີຫົວຂໍໍ້ “ປ່ຽນແປງໃໝ່ ແລະ ຮ່ວມມື ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງຂອງແຫຼ່ງຊັບພະຍາກອນນ້ຳ ແລະ ການພັດທະນາແບບຍືນຍົງຂອງເຂດອ່າງແມ່ນ້ຳຂອງ.

 ຫວູຄວຽນ 

ຕອບກັບ

ຂ່າວ/ບົດ​ອື່ນ