(VOVWORLD) - ຄະນະຈັດຕັ້ງໄດ້ມອບ 54 ລາງວັນຄຳ, 98 ລາງວັນເງິນ, 223 ລາງວັນລົມເຊີຍ ແລະ 30 ລາງວັນສ່ວນບຸກຄົນຂອງ 11 ປະເພດ.
(ພາບ: VOV) |
ງານມະໂຫລານໂທລະພາບທົ່ວປະເທດຄັ້ງທີ 42 ໄດ້ອັດລົງໃນຕອນຄ່ຳວັນທີ 22 ມີນາ ຢູນະຄອນທະເລ ກຸຍເຍິນ ແຂວງ ບິນດິ້ງ. ຄະນະຈັດຕັ້ງໄດ້ມອບ 54 ລາງວັນຄຳ, 98 ລາງວັນເງິນ, 223 ລາງວັນລົມເຊີຍ ແລະ 30 ລາງວັນສ່ວນບຸກຄົນຂອງ 11 ປະເພດ.
ກ່າວຄຳເຫັນທີ່ພິທີອັດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ: ທ່ານມີຄວາມປະທັບໃຈທີ່ສຸດ ຕໍ່ບັນດາຜົນງານເຂົ້າຮ່ວມງານມະໂຫລານປີນີ້. ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ບົດບາດຂອງສື່ມວນຊົນ-ໂທລະພາບ ນັບມື້ນັບມີຄວາມສຳຄັນ, ແມ່ນຂົວຕໍ່ລະຫວ່າງພັກ, ລັດ ກັບ ປຊຊ; ປຸກລຸກຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງຢາກອຸທິດສ່ວນ; ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳມະນຸດອັນສູງສົ່ງ, ບັນດາອາລົມຈິດຄວາມຮັກແພງທີ່ດີງາມ ແລະ ຊຸກຍູ້ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ຂະແໜງໂທລະພາບ ສືບຕໍ່ຮັກສາສີສັນອາຊີບ, ສ້າງລະບົບຊີວະພາບໂທລະພາບດີຈີຕອນແຫ່ງຊາດ, ເປີດບັນຍາກາດປະດິດຄິດສ້າງ, ພັດທະນາໃໝ່, ບຸກບືນຢ່າງແຮງກ່ວາອີກ.