ທ່ານນາຍົກລັດຖະມົນຕີ ຫງວນຊວນຟຸກ ສຳເລັດການຢ້ຽມຢາມ ນິວຊີແລນ, ອົດສະຕາລີຢ່າງເປັນທາງການ

(VOVWORLD) -ການຢ້ຽມຢາມອົດສະຕາລີຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່
ທ່ານນາຍົກລັດຖະມົນຕີ ຫງວນຊວນຟຸກ ສຳເລັດການຢ້ຽມຢາມ ນິວຊີແລນ, ອົດສະຕາລີຢ່າງເປັນທາງການ  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ (ພາບ: baochinhphu.vn)

ຕອນຄ່ຳວັນທີ 18 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ກັບມາຮອດສະໜາມບິນ ໂນ້ຍບາຍ, ຮ່າໂນ້ຍ ສິ້ນສຸດ ການຢ້ຽມຢາມນິວຊີແລນ, ອົດສະຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ດ້ວຍໝາກຜົນອັນດີງານຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Andern  ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcolm Turnbull.

        ການຢ້ຽມຢາມອົດສະຕາລີຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ ຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ສ້າງທ່າພັດທະນາໃນການພົວພັນ ຫວຽດນາມ - ອົດສະຕາລີ ຢ່າງແຮງ; ພ້ອມທັງປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງ ກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ, ເພີ່ມທະວີການຮ່ວມມື, ການເຊື່ອມຕໍ່ລະຫວ່າງ ອາຊຽນ - ອົດສະຕາລີ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ