ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຍຸຕິທໍາ ປີ 2019

(VOVWORLD) -“ກະຊວງຍຸຕິທໍາ ຄວນກໍານົດຈຸດ ສຸມປະຕິບັດບັນດາໜ້າທີ່ສ້າງ, ປັບປຸງລະບົບກົດໝາຍ, ລະບອບລະບຽບການໃຫ້ດີທີ່ສຸດ...”

ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານຍຸຕິທໍາ ປີ 2019 ເຊິ່ງໄດ້ດໍາເນີນໃນວັນທີ 8 ມັງກອນ ຢູ່່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາໝາກຜົນ ເຊິ່ງຂະແໜງຍຸຕິທໍາບັນລຸໄດ້ໃນປີຜ່ານມາ, ໃນນັ້ນ, ຄຸນນະພາບໃນວຽກງານການກໍ່ສ້າງ, ປະເມີນຜົນໂຄງການ, ຮ່າງເອກະສານນິຕິກໍານັບມື້ນັບໄດ້ຍົກລະດັບຢ່າງເຫັນໄດ້ຊັດ. ວຽກງານການກວດກາ, ສໍາຫຼວດກວດຄືນ, ລະບົບເອກະສານນິຕິກໍາ ກໍໄດ້ປະຕິບັດຢ່າງມີຈຸດສຸມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານຍຸຕິທໍາ ປີ 2019 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:vov)

        ກ່ຽວກັບໜ້າທີ່ປີ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຊີ້ນໍາກະຊວງຍຸຕິທໍາ ຄວນມີມາດຕະການແກ້ໄຂ ສ້າງຄວາມບຸກທະລຸ ເພື່ອບັນລຸໄດ້ບັນດາໝາກຜົນສູງກວ່າ ເມື່ອທຽບໃສ່ປີ 2018. ທ່ານກ່າວວ່າ

        “ດ້ວຍບັນດາບົດບາດໜ້າທີ່ ໂດຍກົດໝາຍມອບໝາຍໃຫ້, ກະຊວງຍຸຕິທໍາ ຄວນກໍານົດຈຸດ ສຸມປະຕິບັດບັນດາໜ້າທີ່ສ້າງ, ປັບປຸງລະບົບກົດໝາຍ, ລະບອບລະບຽບການໃຫ້ດີທີ່ສຸດ.  ນີ້ໄດ້ຮັບການກໍານົດວ່າ ແມ່ນໜຶ່ງໃນສາມໜ້າທີ່ຍຸດທະສາດບຸກທະລຸ ແລະ ກະຊວງຍຸຕິທໍາ ຈະແມ່ນຜູ້ບໍລິຫານ, ແມ່ນອົງການຮັບຜິດຊອບໃນການຮັບປະກັນຄວາມປອດໄພໃຫ້ແກ່ລັກສະນະເປັນເອກະພາບ, ຖືກຕ້ອງຕາມກົດໝາຍ, ສອດຄ່ອງ ແລະ ມີຄວາມເປັນໄປໄດ້ຂອງກົດໝາຍ. ພ້ອມກັນນັ້ນ ກໍແມ່ນອົງການປົກປ້ອງຂອງລັດຖະບານ ຕໍ່ບັນດາບັນຫາກົດໝາຍສາກົນ, ປົກປ້ອງສິດ ແລະ ຜົນປະໂຫຍດແຫ່ງຊາດ. ກະຊວງ ຈົ່ງປະກາດໃຊ້ລາຍໂຄງການດໍາເນີນງານໃນການປະຕິບັດມະຕິເລກທີ 01 ແລະ 02 ຂອງລັດຖະບານ ໃຫ້ຈະແຈ້ງ ແລະ ເປັນລະບົບກວ່າ”.

        ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງກະຊວງຍຸຕິທໍາເປັນເສນາທິການໃຫ້ແກ່ລັດຖະບານ ເພື່ອຍົກສູງຄຸນນະພາບໃນການສ້າງລະບອບລະບຽບການໃຫ້ສົມບູນແບບ ເພື່ອປະຕິບັດບັນດາເປົ້າໝາຍຄື: ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ເພື່ອມຸ່ງໄປເຖິງມາດຕະຖານຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ ປ່ຽນແປງໃໝ່, ປະດິດຄິດສ້າງ ຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ