ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະ ເຈລະຈາກັບປະທານ ສະພາແຫ່ງຊາດ ກູບາ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ພົບປະ ເຈລະຈາກັບປະທານ ສະພາແຫ່ງຊາດ ກູບາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ
(ພາບ: TTXVN)


(vovworld) - ​​ໃນ​ຂອບ​ເຂດ​ບັນດາການ​ຢ້ຽມຢາມທາງ​ລັດຖະກິດ​ເຖິງ ກູ​ບາ, ຕອນ​ເຊົ້າ​ວັນ​ທີ 27/03 (ຕາມ​ເວລາ​ຫວຽດນາມ), ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ Esteban Lazo Hermandez; ​ໄປ​ຢ້ຽມຢາມ ​ແລະ ​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ, ພາລະ​ກອນ​ສະ​ຖາ​ບັນ​ກູ​ບາມິດຕະພາບ​ກັບ​ປະຊາ​ຊາດ ​ແລະ ສະມາຄົມ​ມິດຕະພາບ​ກູ​ບາ - ຫວຽດນາມ, ຢ້ຽມຢາມ​ສະຖານທູດ​ຫວຽດນາມ.

        ​ເມື່ອ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ເມື່ອ​​ເຫັນ​ປະຈັກ​ຕາ​ບັນດາ​ຜົນງານ​ເຊິ່ງພັກ, ລັດ ​ແລະ ປະຊາຊົນ​ກູ​ບາ ບັນລຸ​ໄດ້ ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ສຳຄັນ​ຂອງ​ສະພາ​ແຫ່ງ​ຊາດ​ກູ​ບາ.

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ Esteban Lazo Hermandez ປາດ​ຖະໜາ​ວ່າ 2 ຝ່າຍ​ເພີ່ມ​ທະວີ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກວ່າ​ອີກ, ພ້ອມ​ທັງ​ປາດ​ຖະໜາ​ສືບ​ຕໍ່​ໄດ​​້ຮັບ​ການ​​ແລກ​ປ່ຽນ​ບົດຮຽນ​ຂອງ​ຫວຽດນາມ ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ.

        ​ເມື່ອ​ແລກປ່ຽນ​ກັບ​ພະນັກງານ, ພາລະ​ກອນ​ສະ​ຖາ​ບັນ​ກູ​ບາ​ ມິດຕະພາບກັບ​ປະຊາ​ຊາດ ​ແລະ ສະມາຄົມ​ມິດຕະພາບ​ກູ​ບາ - ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ​ເຖິງ​ວ່າ​ຍັງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ​ແຕ່​ປ​ະຊາຊົນ​ກູ​ບາ ວິລະ​ຊົນ ຈະ​​ຜ່ານ​ຜ່າ​ສິ່ງ​ທ້າ​ທ້າຍ​ນາໆ​ປະການ ​ເພື່ອ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ. ທ່ານ​ນາຍົກລັດຖະມົນຕີຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຢູ່​ຂ້າງ​ກູ​ບາ ​ແລະ ຄວາມ​ສາ​ມັກ​ຄີ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ກູ​ບາ ຈະ​ຂຽວ​ສົດ​ງົດ​ງາມ​ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນຕະຫຼອດ​ໄປ.

        ເມື່ອ​ໂອ້​ລົ​ມກັບ​ພະນັກງານ, ສະຖານທູດ​ຫວຽດນາມ​ປະຈຳ​ກູ​ບາ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ, ພະນັກງານ, ພາລະ​ກອນ​ສະຖານທູດ​ຫວຽດນາມ ປະຈຳ​ກູ​ບາ ​ແຕ່ລະຄົນ ຍາມ​ໃດ​ກໍ່​ຕ້ອງກຳ​ໄດ້​ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ, ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ກູ​ບາ ​ໃນ​ທຸກ​ຂົງ​ເຂດ.

        ​ແລະ​ໃນ​ຕອນ​ຄໍ່າ​ວັນ​ທີ 26/03, ​ໃນລາຍການຂ່າ​ວຂອງ​ໂທລະພາບ​ກູ​ບາ ​ໄດ້​​ໃຫ້ຂ່າວກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເມື່ອ​ມາ​ຮອດ​ນະຄອນຫຼວງ La Habana. ສະຖາ​ນີ​ໂທລະພາບ​ກູ​ບາ ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ທາງ​ລັດຖະກິດເຖິງ​ກູ​ບາ​ ຄັ້ງ​ນີ້ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ແມ່ນ​ເຫດ​ການມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ 2 ປະ​ເທດ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ ​ແລະ ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃຫຍ່ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ໂອກ​າດນີ້, ວັນ​ທີ 25 - 26/03, ສຳນັກ​ຂ່າ​ວສານ Prensa Latina ​ແລະ ສຳນັກ​ຂ່າວ​ພາຍ​ໃນ​ປະ​ເທດ AIN ຂອງ​ກູ​ບາ ​ໄດ້​​ໃຫ້​ຂ່າວ, ບົ​ດ​ແນະນຳ​ປະ​ເທດ​ຫວຽດນາມ. ສຳນັກ​ຂ່າ​ວສານ Prensa Latina ​ໄດ້​ຄັດ​ສະ​ເໜີ​ບົດຕອບ​ສຳພາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໂດຍ​ເນັ້ນ​ໜັກ​ວ່າ: ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື, ໜູນ​ຊ່ວຍ​ກູ​ບາ ​ໃນ​ບັນດາ​ຂົງ​ເຂດ​​ເຊິ​່ງ​ຫວຽດນາມ ມີ​ຄວາມ​ສາມາດບົ່ມຊ້ອນ, ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ຂອງ​ຕົນ, ພ້ອມ​ທັງປາດ​ຖະໜາ​ຢາກ​ຜັນ​ຂະຫຍາຍ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ກັບ​ກຸ​ບາ ​ໃນ​ຫຼາຍ​ຂົງ​ເຂດ​ເຊິ່ງ 2 ຝ່າຍ​ມີ​ທ່າ​ແຮງ.

        ສື​ເອ​ເລັກ​ໂຕ​ນິກ Bubadebate, ໜັງ​ສື່​ພິມ​ Grama ເອ​ເລັກ​ໂຕ​ນິກ ​ແລະ ບັນດາ​ໜັງ​ສື່​ພິມ​ອື່ນໆຂອງ​ກູບາ ລ້ວນ​ແຕ່​ໃຫ້​ຂ່າວ​ການ​ເຄື່ອນ​ໄຫວ​ຂອງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ ​ແລະ ຄະນະ​ຜູ້​​ແທນ​ຫວຽດນາມ ຢ່າງ​ລະອຽດ.

ຂ່າວ/ບົດ​ອື່ນ