ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ

(VOVWORLD) -  CAEXPO ແລະ CABIS ຄັ້ງທີ 20 ປີນີ້ ມີຫົວຂໍ້ “ພ້ອມກັນສ້າງຊາຍຄາລວມ, ປະຊາຄົມຮ່ວມຊາຕະກຳ ທີ່ມຸ່ງໄປເຖິງອະນາຄົດ - ຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງສູນເຕີບໂຕເສດຖະກິດ”.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມ​​ງານຕະຫຼາດ​ນັດ ຈີນ - ອາ​ຊຽນ ແລະ ກອງ​ປະ​ຊຸມ​ສຸດຍອດ ການ​ຄ້າ - ການ​ລົງ​ທຶນ ຈີນ - ອາ​ຊຽນ - ảnh 1, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ລິງໜິງ, ເລຂາພັກ, ປະທານສະພາຜູ້ສແທນປະຊາຊົນ ເຂດປົກຄອງຕົນເອງ ເຜົ່າ ຈ້ວາງ ກວາງສີ, ຈີນ

ຕອນເຊົ້າວັນທີ 16 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງໄປເຂົ້າຮ່ວມງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດ ການຄ້າ - ການລົງທຶນ ຈີນ - ອາຊຽນ (CABIS) ຄັ້ງທີ 20 ຢູ່ນະຄອນໜານໜິງ, ກວາງສີ, ຈີນ ຕາມຄຳເຊື້ອເຊີນຂອງລັດຖະບານ ສປ.ຈີນ.

ໂດຍໄດ້ດຳເນີນໃນລະຫວ່ງວັນທີ 16 – 17 ກັນຍາ, CAEXPO ແລະ CABIS ຄັ້ງທີ 20 ປີນີ້ ມີຫົວຂໍ້ “ພ້ອມກັນສ້າງຊາຍຄາລວມ, ປະຊາຄົມຮ່ວມຊາຕະກຳ ທີ່ມຸ່ງໄປເຖິງອະນາຄົດ - ຊຸກຍູ້ຂໍ້ລິເລີ່ມ ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງພັດທະນາທີ່ມີຄຸນນະພາບສູງ ແລະ ສ້າງສູນເຕີບໂຕເສດຖະກິດ”. ນີ້ແມ່ນການເຄື່ອນໄຫວສຳຄັນນອນໃນບັນດາການເຄື່ອນໄຫວ ສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຈີນ ແລະ ອາຊຽນ, ພ້ອມທັງສະເຫຼີມສະຫຼອງ 20 ປີ CAEXPO ແລະ CABIS.

ພາຍຫຼັງມາຮອດໜານໜິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ລິງໜິງ, ເລຂາພັກ, ປະທານສະພາຜູ້ສແທນປະຊາຊົນ ເຂດປົກຄອງຕົນເອງ ເຜົ່າ ຈ້ວາງ ກວາງສີ, ຈີນ. ທ່ານນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານອັນໃຫຍ່ຫຼວງກ່ຽວກັບການປະຕິຮູບເປີດປະຕູ, ພັດທະນາເສດຖະກິດ ສັງຄົມ ເຊິ່ງກວາງສີ ບັນລຸໄດ້ໃນໄລຍະຜ່ານມາ, ທ່ານສະແດງຄວາມຂອບໃຈ ແຂວງກວາງສີ ໄດ້ຮັກສາບັນດາເຂດຮ່ອງຮອຍຂອງປະທານໂຮ່ຈີມິນ ໃນໄລຍະເຄື່ອນໄຫວປະຕິວັດຢູ່ທີ່ນີ້. ທ່ານເນັ້ນໜັກວ່າ ກວາງສີ ແມ່ນທ້ອງຖິ່ນເຕົ້ນໂຮມ ວັດຖຸພັນທີ່ມີຊີວິດຊີວາຫຼາຍທີ່ສຸດ ຂອງນ້ຳໃຈມິດຕະພາບ ທັງເປັນສະຫາຍ, ທັງເປັນອ້າຍນ້ອງ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ຈີນ. ທ່ານປາດຖະໜາກ ຢາກ ແຂວງ ກວາງຊີສືບຕໍ່ເສີມຂະຫຍາຍບົດບາດນຳພາ, ເປີດຊ່ອງທາງໃນການຊຸກຍູ້ການພົວພັນ, ຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ