ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນເຊົ້າວັນທີ 1 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຍີ່ປຸ່ນ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 30 ເມສາ - ວັນທີ 1 ພຶດສະພາ 2022. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio  (ພາບ: TTXVN)

ພິທີຖືກຈັດຂຶ້ນຢ່າງສົມກຽດຕາມພິທີທີ່ສະຫງວນໃຫ້ແກ່ປະມຸກລັດ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ປູກຕົ້ນໄມ້ເປັນທີ່ລະນຶກ ແລະ ດຳເນີນການເຈລະຈາ

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຖືກດຳເນີນໃນສະພາບທີ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມສືບຕໍ່ພັດທະນາຢ່າງດີງາມ, ມີປະສິດທິຜົນໃນຫຼາຍຂົງເຂດ. ສອງຝ່າຍພວມຕັ້ງໜ້າກະກຽມໃຫ້ແກ່ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 50 ປີ ໃນປີ 2023. ຕາມລາຍການແລ້ວ, ໃນຂອບເຂດການຢ້ຽມຢາມຄັ້ງນີ້, ພ້ອມກັບການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ເຂົ້າຮ່ວມກອງປະຊຸມຮ່ວມມືປ່ຽນແປງໃໝ່ອຸດສາຫະກຳ ແລະ ຫັນເປັນດີຈີຕອນ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແມ່ນເພື່ອແນໃສ່ນຳການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເຂົ້າສູ່ລວງເລິກ, ຊຸກຍູ້ການຜັນຂະຫຍາຍໝາກຜົນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ຫວຽດນາມ - ຍີ່ປຸ່ນ ແລະ ການພົວພັນອັນດີງາມລະຫວ່າງການນຳຂັ້ນສູງສອງປະເທດ ບົນພື້ນຖານ “ນ້ຳໃສໃຈຈິງ, ໄວ້ເນື້ອເຊື່ອໃຈ”; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃຫ້ແທດຈິງ, ຕອບສະໜອບຜົນປະໂຫຍດ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ